(ເລີກໃຊ້ແລ້ວ) ຕັດຂອບ ແລະ ໝູນ (crop and rotate)
ຂໍ້ມູນທາງເຕັກນິກ
- ລາຍລະອຽດ
- ປ່ຽນການຈັດເຟຣມ ແລະ ແກ້ໄຂທັດສະນີຍະພາບ (perspective).
- ຈຸດປະສົງ
- ເພື່ອການປັບແກ້ ຫຼື ເພື່ອການສ້າງສັນ.
- ຂໍ້ມູນເຂົ້າ
- linear, RGB, scene-referred.
- ການປະມວນຜົນ
- ທາງເລຂາຄະນິດ (geometric), RGB.
- ຂໍ້ມູນອອກ
- linear, RGB, scene-referred.
ກະລຸນາຮັບຊາບວ່າ ໂມດູນນີ້ ເລີກໃຊ້ແລ້ວ ຕັ້ງແຕ່ darktable 3.8 ແລະ ບໍ່ຄວນໃຊ້ສຳລັບການແກ້ໄຂໃໝ່ອີກ. ກະລຸນາໃຊ້ໂມດູນ crop ເພື່ອຕັດຂອບຮູບ, ໂມດູນ rotate and perspective ເພື່ອໝູນຮູບ ແລະ ແກ້ໄຂທັດສະນີຍະພາບ, ແລະ ໂມດູນ orientation ເພື່ອປີ້ນຮູບໃນແນວນອນ/ແນວຕັ້ງ.
ຕັດຂອບ, ໝູນ ແລະ ແກ້ໄຂຄວາມບິດບ້ຽວຂອງທັດສະນີຍະພາບ ໂດຍໃຊ້ເສັ້ນຄຳແນະນຳເທິງໜ້າຈໍ.
ເມື່ອມີການໃຊ້ງານໂມດູນນີ້, ຮູບພາບເຕັມທີ່ຍັງບໍ່ໄດ້ຕັດຂອບຈະສະແດງອອກມາ, ພ້ອມກັບປຸ່ມປັບການຕັດຂອບ ແລະ ເເສັ້ນຄຳແນະນຳ.
ປັບຂະໜາດການຕັດຂອບໂດຍການລາກທີ່ຂອບ ຫຼື ມຸມ.
ຍ້າຍກອບສີ່ຫຼ່ຽມການຕັດຂອບໂດຍການຄລິກ ແລະ ລາກພາຍໃນພື້ນທີ່ຕັດຂອບ. ບັງຄັບການຍ້າຍໃຫ້ຢູ່ໃນແນວນອນ/ແນວຕັ້ງ ໂດຍການກົດ Ctrl/Shift ຄ້າງໄວ້ໃນຂະນະທີ່ລາກ. ຢືນຢັນການປ່ຽນແປງໂດຍການໄປໃຊ້ງານໂມດູນອື່ນ.
ຖ້າທ່ານຕ້ອງການໃຊ້ໂມດູນ retouch, ແນະນຳໃຫ້ໃຊ້ rotate and perspective ສຳລັບການໝູນ ແລະ/ຫຼື ແກ້ໄຂທັດສະນີຍະພາບເທົ່ານັ້ນ, ແລະ ໄປຕັດຂອບໃນໂມດູນ crop ແທນ. ຂະບວນການນີ້ຈະຊ່ວຍໃຫ້ຮູບພາບທັງໝົດຍັງຄົງມີໃຫ້ເລືອກເປັນຈຸດຕົ້ນທາງໃນ retouch, ເພາະໂມດູນ crop ຢູ່ຫຼັງຈາກ retouch ໃນທໍ່ປະມວນຜົນ.
Note: Some of the tools in this module (angle adjustment and perspective distortion correction) require the original image data to be interpolated. For best sharpness results set “lanczos3” as the pixel interpolator in preferences > processing.
🔗ສ່ວນຄວບຄຸມໂມດູນ
ການຄວບຄຸມໃນໂມດູນ ຕັດຂອບ ແລະ ໝູນ ຈະແຍກອອກເປັນສອງແຖບ ດັ່ງນີ້:
🔗ແຖບຫຼັກ
- ປີ້ນ (flip)
- ປີ້ນຮູບໃນແນວນອນ, ແນວຕັ້ງ ຫຼື ທັງສອງແກນ.
- ມຸມ (angle)
- ແກ້ໄຂມຸມໝູນເພື່ອໃຫ້ຮູບພາບໄດ້ລະດັບ ໂດຍການຕັ້ງຄ່າຕົວເລກເປັນອົງສາ ຫຼື ໃຊ້ເມົາສ໌. ໃນການໃຊ້ເມົາສ໌, ໃຫ້ຄລິກຂວາ ແລະ ລາກເພື່ອຂີດເສັ້ນຕາມແນວນອນ ຫຼື ແນວຕັ້ງທີ່ເໝາະສົມໃນຮູບ. ເມື່ອທ່ານປ່ອຍປຸ່ມເມົາສ໌ ຮູບພາບຈະຖືກໝູນເພື່ອໃຫ້ເສັ້ນທີ່ທ່ານຂີດນັ້ນກົງກັບແກນນອນ ຫຼື ແກນຕັ້ງ.
- ແກ້ໄຂທັດສະນີຍະພາບ (keystone)
- ແກ້ໄຂຄວາມບິດບ້ຽວຂອງທັດສະນີຍະພາບ. ເຄື່ອງມືນີ້ມີປະໂຫຍດ ເຊັ່ນ ເມື່ອທ່ານຖ່າຍຮູບຕຶກສູງຈາກພື້ນດິນດ້ວຍເລນໄລຍະສັ້ນ ໂດຍການແຫງນກ້ອງຂຶ້ນ. ຊ່ອງເລືອກຊ່ວຍໃຫ້ທ່ານເລືອກປະເພດການແກ້ໄຂທີ່ຕ້ອງການ:
- ແນວຕັ້ງ (vertical): ຈຳກັດການແກ້ໄຂສະເພາະເສັ້ນແນວຕັ້ງ
- ແນວນອນ (horizontal): ຈຳກັດການແກ້ໄຂສະເພາະເສັ້ນແນວນອນ
- ທັງໝົດ (full): ແກ້ໄຂທັງເສັ້ນແນວນອນ ແລະ ແນວຕັ້ງພ້ອມກັນ
-
Depending on the selected correction type you will see two or four straight adjustment lines overlaid on your image. Two red circles on each line allow you to modify the line positions with your mouse. Each line additionally carries a “symmetry” button. If activated (and highlighted in red) all movements of the affected line will be mirrored by the opposite line.
-
In order to correct perspective distortions, you need to find suitable horizontal and/or vertical features in your image and align the adjustment lines with them. When finished, press the “OK” button located close to the center of the image – corrections will be applied immediately. You can return to the module and refine your corrections by selecting “correction applied” in the keystone combobox.
- ການຕັດຂອບອັດຕະໂນມັດ (automatic cropping)
- ຕັດຂອບຮູບໂດຍອັດຕະໂນມັດເພື່ອຫຼີກລ່ຽງຂອບສີດຳທີ່ເກີດຂຶ້ນຢູ່ແຄມຮູບ. ສິ່ງນີ້ມີປະໂຫຍດຫຼາຍໃນເວລາໝູນຮູບ.
- ອັດຕາສ່ວນ (aspect)
- ກຳນົດອັດຕາສ່ວນຂອງການຕັດຂອບ, ໂດຍບັງຄັບອັດຕາສ່ວນ ກວ້າງ:ສູງ ຂອງກອບສີ່ຫຼ່ຽມໃຫ້ເປັນໄປຕາມທີ່ເລືອກ. ມີອັດຕາສ່ວນຕົວເລກທົ່ວໄປທີ່ກຳນົດໄວ້ແລ້ວຫຼາຍຢ່າງ. ອັດຕາສ່ວນພິເສດບາງຢ່າງມີດັ່ງນີ້:
- ຕາມໃຈ (freehand): ຕັດຂອບໂດຍບໍ່ມີຂໍ້ຈຳກັດໃດໆ
- ຮູບຕົ້ນສະບັບ (original image): ຮັກສາອັດຕາສ່ວນຂອງຮູບເດີມໄວ້
- ສີ່ຫຼ່ຽມຈັດຕຸລັດ (square): ບັງຄັບອັດຕາສ່ວນໃຫ້ເປັນ 1:1
- ສັດສ່ວນຄຳ (golden cut): ອັດຕາສ່ວນຄຳ (1.62:1)
-
You can also enter any other ratio after opening the combobox by typing it in the form of “x:y” or as a decimal (e.g. “0.5” to apply a ratio of 2:1).
-
If you want to add an aspect ratio to the pre-defined drop-down list you can do this by including a line of the form “
plugins/darkroom/clipping/extra_aspect_ratios/foo=x:y” in darktable’s configuration filedarktablercin the configuration directory. Here “foo” defines the name of the new aspect ratio and “x” and “y” the corresponding numerical values (xandymust be integers). Note that you can only add new entries for ratios not already present in the drop-down list. -
ສຸດທ້າຍ, ປຸ່ມຂ້າງຊ່ອງເລືອກອັດຕາສ່ວນ ຊ່ວຍໃຫ້ທ່ານສະຫຼັບລະຫວ່າງແນວຕັ້ງ ແລະ ແນວນອນ ຖ້າທ່ານເລືອກອັດຕາສ່ວນແບບສີ່ຫຼ່ຽມຜືນຜ້າ.
ໝາຍເຫດ: ໃນຂະນະທີ່ປັບຂະໜາດຮູບໃນໂໝດຕາມໃຈ (freehand), ທ່ານສາມາດຮັກສາອັດຕາສ່ວນທີ່ຕັ້ງໄວ້ປັດຈຸບັນ ໂດຍການກົດ Shift ຄ້າງໄວ້ໃນຂະນະທີ່ລາກປຸ່ມປັບຂະໜາດໃດໜຶ່ງ.
- ສະແດງເສັ້ນຄຳແນະນຳ (show guides)
- ໝາຍຕິກໃສ່ຊ່ອງເພື່ອສະແດງເສັ້ນຄຳແນະນຳເມື່ອມີການໃຊ້ງານໂມດູນ. ຄລິກທີ່ໄອຄອນເບື້ອງຂວາເພື່ອຄວບຄຸມຄຸນສົມບັດຂອງເສັ້ນຄຳແນະນຳ. ເບິ່ງ ເສັ້ນຄຳແນະນຳ ແລະ ສິ່ງວາງທັບ ສຳລັບລາຍລະອຽດ.
🔗ແຖບຂອບ (margins)
ໂຕເລື່ອນເຫຼົ່ານີ້ຊ່ວຍໃຫ້ທ່ານກຳນົດໄດ້ໂດຍກົງວ່າຈະຕັດຂອບຮູບອອກເທົ່າໃດໃນແຕ່ລະດ້ານ. ພວກມັນຈະຖືກປັບປຸງໂດຍອັດຕະໂນມັດ ຖ້າທ່ານຍ້າຍ ຫຼື ປັບຂະໜາດພື້ນທີ່ຕັດຂອບໃນຮູບໂດຍໃຊ້ເມົາສ໌.
- ຊ້າຍ (left)
- ເປີເຊັນຂອງຮູບທີ່ຈະຖືກຕັດອອກຈາກເບື້ອງຊ້າຍ.
- ຂວາ (right)
- ເປີເຊັນຂອງຮູບທີ່ຈະຖືກຕັດອອກຈາກເບື້ອງຂວາ.
- ເທິງ (top)
- ເປີເຊັນຂອງຮູບທີ່ຈະຖືກຕັດອອກຈາກດ້ານເທິງ.
- ລຸ່ມ (bottom)
- ເປີເຊັນຂອງຮູບທີ່ຈະຖືກຕັດອອກຈາກດ້ານລຸ່ມ.
translations
- English: (deprecated) crop and rotate
- Français: (deprecated) crop and rotate
- German: (veraltet) beschneiden und drehen
- Español: (deprecated) crop and rotate
- Polish: (deprecated) crop and rotate
- Português: (deprecated) crop and rotate
- Ukrainian: (застарілий) Трансформації
- Dutch: (deprecated) crop and rotate


