ເຮັດໃຫ້ພາບນຸ້ມ

ຂໍ້ມູນທາງເຕັກນິກ
ລາຍລະອຽດ
ສ້າງພາບທີ່ນຸ້ມນວນໂດຍໃຊ້ເອັບເຟັກ ອໍຕັນ (Orton).
ຈຸດປະສົງ
ເພື່ອສ້າງສັນ.
ຂໍ້ມູນເຂົ້າ
linear, RGB, display-referred.
ການປະມວນຜົນ
linear, RGB.
ຂໍ້ມູນອອກ
linear, RGB, display-referred.

ສ້າງພາບທີ່ນຸ້ມນວນໂດຍໃຊ້ ເອັບເຟັກ ອໍຕັນ (Orton effect).

Michael Orton ໄດ້ສ້າງຜົນງານນີ້ເທິງຟິມສະໄລ້ໂດຍການໃຊ້ການເປີດຮັບແສງສອງຄັ້ງໃນສາກດຽວກັນ, ຄັ້ງໜຶ່ງແສງພໍດີ ແລະ ອີກຄັ້ງໜຶ່ງແສງເກີນ (overexposed). ຈາກນັ້ນລາວໄດ້ໃຊ້ເຕັກນິກຫ້ອງມືດເພື່ອປະສົມສອງພາບນີ້ເຂົ້າກັນເປັນພາບສຸດທ້າຍ ໂດຍທີ່ພາບທີ່ແສງເກີນນັ້ນຈະຖືກເຮັດໃຫ້ເບຼີ.

ໂມດູນນີ້ແມ່ນການຈຳລອງຂະບວນການອານາລັອກຂອງ Orton ເຂົ້າມາສູ່ລະບົບດິຈິຕອນ.

🔗ສ່ວນຄວບຄຸມໂມດູນ

ຂະໜາດ
ຂະໜາດຂອງການເບຼີໃນພາບທີ່ແສງເກີນ. ຍິ່ງຂະໜາດໃຫຍ່, ຜົນລັດກໍຈະຍິ່ງນຸ້ມນວນຂຶ້ນ.
ຄວາມອີ່ມຕົວ
ຄວາມອີ່ມຕົວຂອງສີໃນພາບທີ່ແສງເກີນ.
ຄວາມສະຫວ່າງ
ຄວາມສະຫວ່າງ (EV) ຂອງພາບທີ່ແສງເກີນ.
ການປະສົມ (mix)
ວິທີການປະສົມສອງພາບເຂົ້າກັນ. 50% ໝາຍເຖິງການປະສົມລະຫວ່າງພາບທີ່ແສງພໍດີ ແລະ ພາບທີ່ແສງເກີນໃນສັດສ່ວນທີ່ເທົ່າກັນ.

translations