ການຄັດເລືອກ

ໂໝດການຄັດເລືອກ ຊ່ວຍໃຫ້ທ່ານສະແດງຮູບພາບຄຽງຂ້າງກັນເພື່ອການປຽບທຽບທີ່ງ່າຍຂຶ້ນ.

ທ່ານສາມາດຄວບຄຸມຂໍ້ມູນທັບຊ້ອນເທິງຮູບຕົວຢ່າງໄດ້ ໂດຍການເລືອກໄອຄອນຮູບດາວໃນ ແຜງດ້ານເທິງ ແລະ ປ່ຽນການຕັ້ງຄ່າ “ຂໍ້ມູນທັບຊ້ອນການຄັດເລືອກ”. ຖ້າເລືອກ “ບໍ່ມີຂໍ້ມູນທັບຊ້ອນ”, ຂໍ້ມູນທັບຊ້ອນສາມາດສະແດງໄດ້ຕາມຕ້ອງການໂດຍການກົດປຸ່ມ “I”.

🔗ການຄວບຄຸມ

ຊູມ
ໃນໂໝດການຄັດເລືອກ, ທ່ານສາມາດຊູມເຂົ້າໃນຮູບພາບ (ສູງສຸດ 100%) ໂດຍການກົດປຸ່ມ Ctrl ຄ້າງໄວ້ໃນຂະນະທີ່ເລື່ອນລູກກິ້ງເມົາສ໌.
ເລື່ອນເບິ່ງພາຍໃນຮູບທີ່ຊູມດ້ວຍການ ຄລິກ+ລາກ.
ໂດຍເລີ່ມຕົ້ນ, ການຊູມ ແລະ ການເລື່ອນເບິ່ງຈະຖືກຊິງໂຄຣໄນລະຫວ່າງທຸກຮູບທີ່ສະແດງຢູ່. ຖ້າທ່ານຕ້ອງການຊູມ ຫຼື ເລື່ອນເບິ່ງສະເພາະຮູບໃດໜຶ່ງ, ໃຫ້ກົດປຸ່ມ Shift ຮ່ວມກັບການກະທຳຂ້າງເທິງ.
navigate
Use the mouse wheel or arrow keys (←/→) to scroll through your collection.

🔗ໂໝດຕ່າງໆ

There are two different culling modes, which define how many images are shown at the same time: “fixed” and “dynamic”. Switch between these while in culling mode by pressing the “<” key.

ໂໝດຄົງທີ່
ຈຳນວນຮູບພາບທີ່ສະແດງຈະເທົ່າເດີມສະເໝີ, ບໍ່ຂຶ້ນກັບຈຳນວນຮູບທີ່ເລືອກ. ຈຳນວນນີ້ສາມາດຕັ້ງຄ່າໄດ້ດ້ວຍແຖບເລື່ອນຢູ່ແຜງດ້ານລຸ່ມ.

ໃນໂໝດນີ້, ທ່ານຈະນຳທາງຜ່ານທຸກຮູບທີ່ເລືອກໄວ້. ຖ້າບໍ່ມີການເລືອກ (ຫຼື ຖ້າເລືອກພຽງຮູບດຽວ), ທ່ານຈະນຳທາງຜ່ານທຸກຮູບພາບ.

ປຸ່ມລັດເລີ່ມຕົ້ນເພື່ອເຂົ້າສູ່ການຄັດເລືອກໃນໂໝດຄົງທີ່ແມ່ນ “X”.

ໂໝດໄດນາມິກ
ຮູບພາບທີ່ເລືອກທັງໝົດຈະຖືກສະແດງ. ຖ້າບໍ່ມີການເລືອກ (ຫຼື ຖ້າເລືອກພຽງຮູບດຽວ) ຄ່າສຸດທ້າຍຈາກໂໝດຄົງທີ່ຊິຖືກນຳມາໃຊ້.

ປຸ່ມລັດເລີ່ມຕົ້ນເພື່ອເຂົ້າສູ່ການຄັດເລືອກໃນໂໝດໄດນາມິກແມ່ນ Ctrl+X.


ຄຳແນະນຳ: ເພື່ອເພີ່ມປະສິດທິພາບເມື່ອໂຫຼດຮູບທີ່ຊູມ, ທ່ານສາມາດເປີດໃຊ້ (ການຕັ້ງຄ່າ > ແຜງແສງ > ຮູບຕົວຢ່າງ > ເປີດໃຊ້ພື້ນຫຼັງດິສກ໌ສຳລັບແຄຊ໌ການສະແດງຕົວຢ່າງເຕັມ). ໃຫ້ຈື່ໄວ້ວ່າອັນນີ້ອາດຈະກິນພື້ນທີ່ດິສກ໌ຫຼາຍ.


translations