ເງົາ ແລະ ສ່ວນສະຫວ່າງ

ຂໍ້ມູນທາງເຕັກນິກ
ລາຍລະອຽດ
ປັບແຕ່ງຊ່ວງໂທນສີຂອງສ່ວນເງົາ ແລະ ສ່ວນສະຫວ່າງຂອງພາບ ໂດຍການເພີ່ມຄອນທຣາສສະເພາະສ່ວນ.
ຈຸດປະສົງ
ເພື່ອແກ້ໄຂ ແລະ ສ້າງສັນ.
ຂາເຂົ້າ (input)
ແບບເສັ້ນ (linear) ຫຼື ບໍ່ເປັນເສັ້ນ (non-linear), Lab, ອ້າງອີງຕາມການສະແດງຜົນ (display-referred).
ການປະມວນຜົນ
non-linear, Lab.
ຂໍ້ມູນອອກ
non-linear, Lab, display-referred.

ປັບແຕ່ງຊ່ວງໂທນສີຂອງສ່ວນເງົາ ແລະ ສ່ວນສະຫວ່າງຂອງພາບ ໂດຍການເພີ່ມຄອນທຣາສສະເພາະສ່ວນ.


ໝາຍເຫດ: ໂມດູນນີ້ທຳການເບຼີ (blur) ໃນພື້ນທີ່ສີ Lab, ເຊິ່ງອາດສົ່ງຜົນໃຫ້ເກີດບັນຫາຫຼາຍຢ່າງເມື່ອປັບຄ່າແຮງເກີນໄປ, ເຊັ່ນ ການເກີດຂອບຟຸ້ງ (halos), ຄອນທຣາສສະເພາະສ່ວນສູງເກີນໄປໃນສ່ວນສະຫວ່າງ, ແລະ ສີພ້ຽນໄປທາງສີຟ້າໃນສ່ວນເງົາ. ແນະນຳໃຫ້ໃຊ້ໂມດູນ ຕົວປັບສົມດຸນໂທນ ແທນ.


🔗ສ່ວນຄວບຄຸມໂມດູນ

ເງົາ
ຄວບຄຸມເອັບເຟັກໃນສ່ວນເງົາ. ຄ່າບວກຈະເຮັດໃຫ້ສ່ວນເງົາແຈ້ງຂຶ້ນ ໃນຂະນະທີ່ຄ່າລົບຈະເຮັດໃຫ້ສ່ວນເງົາມືດລົງ.
ສ່ວນສະຫວ່າງ
ຄວບຄຸມເອັບເຟັກໃນສ່ວນສະຫວ່າງ. ຄ່າບວກຈະເຮັດໃຫ້ສ່ວນສະຫວ່າງແຈ້ງຂຶ້ນ ໃນຂະນະທີ່ຄ່າລົບຈະເຮັດໃຫ້ສ່ວນສະຫວ່າງມືດລົງ.
ການປັບຈຸດສີຂາວ
ໂດຍປົກກະຕິ ອັນກໍຣິທຶມຂອງໂມດູນນີ້ຈະບໍ່ແຕະຕ້ອງຈຸດສີດຳ ແລະ ສີຂາວ. ໃນບາງກໍລະນີ ພາບອາດມີການປ່ຽນແປງຂອງໂທນສີທີ່ເກີນຈຸດສີຂາວ, ຄືສູງກວ່າຄ່າຄວາມສະຫວ່າງ 100. ການປັບຄ່າລົບໃນການປັບຈຸດສີຂາວສາມາດດຶງຄ່າເຫຼົ່ານີ້ກັບຄືນມາສູ່ຊ່ວງທີ່ເໝາະສົມ ເພື່ອໃຫ້ເຫັນລາຍລະອຽດໃນສ່ວນສະຫວ່າງຫຼາຍຂຶ້ນ.
ເຮັດໃຫ້ພາບນຸ້ມດ້ວຍ
ຟິວເຕີການເບຼີທີ່ໃຊ້: gaussian ຫຼື bilateral. ລອງໃຊ້ bilateral ຫາກການເບຼີແບບ gaussian ເຮັດໃຫ້ເກີດຂອບຟຸ້ງ (halos).
ລັດສະໝີ
ລັດສະໝີຂອງຟິວເຕີການເບຼີທີ່ໃຊ້. ຄ່າທີ່ສູງຂຶ້ນຈະເຮັດໃຫ້ການປ່ຽນຜ່ານລະຫວ່າງເງົາ ແລະ ສ່ວນສະຫວ່າງນຸ້ມນວນຂຶ້ນ ແຕ່ອາດເຮັດໃຫ້ເກີດຂອບຟຸ້ງ. ຄ່າທີ່ຕ່ຳລົງຈະຫຼຸດຂະໜາດຂອງຂອບຟຸ້ງ ແຕ່ອາດເຮັດໃຫ້ພາບເບິ່ງບໍ່ເປັນທຳມະຊາດ. ຟິວເຕີ bilateral ຈະເກີດບັນຫາຂອບຟຸ້ງນ້ອຍກວ່າຫຼາຍ.
ບີບອັດ
ຄວບຄຸມຄວາມແຮງຂອງເອັບເຟັກທີ່ສົ່ງຜົນໄປເຖິງໂທນສີປານກາງ (mid-tones). ຄ່າສູງຈະຈຳກັດເອັບເຟັກໄວ້ສະເພາະສ່ວນທີ່ມືດທີ່ສຸດ ແລະ ສະຫວ່າງທີ່ສຸດເທົ່ານັ້ນ. ຄ່າຕ່ຳຈະສົ່ງຜົນໄປເຖິງການປັບໂທນສີປານກາງນຳ. ທີ່ 100% ໂມດູນນີ້ຈະບໍ່ເຫັນຜົນໃດໆ ເພາະຈະສົ່ງຜົນກະທົບສະເພາະສີດຳສະນິດ ແລະ ສີຂາວສະນິດເທົ່ານັ້ນ.
shadows color adjustment
Control the color saturation adjustment made to shadows. High values cause saturation enhancements on lightened shadows. Low values cause desaturation on lightened shadows. It is normally safe to leave this at its default of 100%. This gives a natural saturation boost on shadows – similar to what you would expect in nature if shadows were to receive more light.
ການປັບສີສ່ວນສະຫວ່າງ
ຄວບຄຸມການປັບຄວາມອີ່ມຕົວຂອງສີໃນສ່ວນສະຫວ່າງ. ຄ່າສູງຈະເພີ່ມຄວາມອີ່ມຕົວໃນສ່ວນສະຫວ່າງທີ່ຖືກປັບໃຫ້ມືດລົງ. ຄ່າຕ່ຳຈະຫຼຸດຄວາມອີ່ມຕົວໃນສ່ວນສະຫວ່າງທີ່ຖືກປັບໃຫ້ມືດລົງ. ສ່ວນຫຼາຍສ່ວນສະຫວ່າງມັກຈະບໍ່ມີຂໍ້ມູນສີພຽງພໍທີ່ຈະໃຫ້ສີທີ່ສົມຈິງເມື່ອປັບໃຫ້ມືດລົງ. ເຈົ້າອາດຕ້ອງປັບຄ່ານີ້ເພື່ອຫາຄ່າທີ່ເໝາະສົມທີ່ສຸດຂຶ້ນກັບແຕ່ລະພາບ, ແຕ່ຜົນລັດທີ່ໄດ້ອາດຈະບໍ່ໜ້າເພິ່ງພໍໃຈສະເໝີໄປ.

translations