ຮູບແບບ (styles)

ສ້າງສະໄຕລ໌ (styles) ທີ່ມີຊື່ຈາກ ລຳດັບປະຫວັດ ຂອງຮູບພາບທີ່ເລືອກ ແລະ ນຳໃຊ້ສະໄຕລ໌ກັບຮູບພາບທີ່ເລືອກ.

ສະໄຕລ໌ສາມາດສ້າງຂຶ້ນໄດ້ທັງໃນແຜງນີ້ ຫຼື ໃນໂມດູນ ລຳດັບປະຫວັດ ໃນ darkroom.

ລາຍຊື່ Style ທັງໝົດທີ່ມີຈະສະແດງຢູ່ໃນໂມດູນນີ້. ເຈົ້າສາມາດຄົ້ນຫາ, ແກ້ໄຂ ຫຼື ລົບ Style ໄດ້.

ດັບເບິລຄລິກທີ່ຊື່ສະໄຕລ໌ເພື່ອວາງສະໄຕລ໌ນັ້ນໃສ່ທຸກຮູບທີ່ເລືອກ. ສະໄຕລ໌ຍັງສາມາດຖືກນຳໃຊ້ກັບທຸກຮູບທີ່ເລືອກໂດຍການກົດປຸ່ມລັດທີ່ກຳນົດໃຫ້ (ເບິ່ງ ການຕັ້ງຄ່າ > ປຸ່ມລັດ) ໃນຂະນະທີ່ຢູ່ໃນມຸມມອງ lighttable ຫຼື darkroom.

ເອົາເມົາສ໌ໄປວາງໄວ້ເທິງຊື່ Style ເພື່ອເບິ່ງຕົວຢ່າງຂອງຮູບພາບເມື່ອນຳໃຊ້ Style ນັ້ນ.

ລົບ Style ທັງໝົດອອກໂດຍການຄລິກປຸ່ມ reset ຂອງໂມດູນ.

Style ລວມເຖິງສະຖານະການເປີດ/ປິດຂອງແຕ່ລະໂມດູນ. ເຈົ້າສາມາດໃຊ້ສິ່ງນີ້ເພື່ອສ້າງຄ່າເລີ່ມຕົ້ນຂອງເຈົ້າເອງໄດ້.

darktable ໄດ້ກຽມສະໄຕລ໌ “ກ້ອງ” ໄວ້ໃຫ້ເລືອກຈຳນວນຫຼາຍ. ສະໄຕລ໌ເຫຼົ່ານີ້ຖືກອອກແບບມາເພື່ອໃຫ້ໄດ້ລັກສະນະ JPEG ທີ່ຄ້າຍຄືກັບຈາກກ້ອງ ສຳລັບກ້ອງລຸ້ນທີ່ຮອງຮັບ ແລະ ສາມາດພົບໄດ້ໃນໂມດູນນີ້ພາຍໃຕ້ກຸ່ມສະໄຕລ໌ “darktable camera styles”. ເຈົ້າສາມາດນຳໃຊ້ສະໄຕລ໌ເຫຼົ່ານີ້ໂດຍອັດຕະໂນມັດໃນຕອນນຳເຂົ້າຮູບໂດຍໃຊ້ສະຄຣິບ Lua official/camera style.

🔗ສ່ວນຄວບຄຸມໂມດູນ

ເຊື່ອງຕົວຢ່າງ
ໝາຍເລືອກເພື່ອເຊື່ອງພາບຕົວຢ່າງ ເຊິ່ງຈະຊ່ວຍໃຫ້ເຄື່ອງເຮັດວຽກໄດ້ໄວຂຶ້ນ.
ສ້າງສຳເນົາ
ໝາຍເລືອກເພື່ອສ້າງສຳເນົາຮູບພາບກ່ອນນຳໃຊ້ Style. ຫາກບໍ່ເລືອກ, ມັນຈະນຳໃຊ້ Style ກັບຮູບເດີມທັນທີ ແລະ ອາດຂຽນທັບປະຫວັດການແກ້ໄຂເດີມ.
mode
As with the history stack module, this combobox allows you to either “append” the style to the current history stack or to “overwrite” the history stack of the target image.
ສ້າງ
ສ້າງ Style ໃໝ່ຈາກປະຫວັດການແກ້ໄຂຂອງຮູບທີ່ເລືອກ. ເຈົ້າຕ້ອງຕັ້ງຊື່ Style ໃຫ້ບໍ່ຊ້ຳກັນ.

ເຈົ້າສາມາດເລືອກໄດ້ວ່າຈະເອົາຂັ້ນຕອນການແກ້ໄຂໃດແດ່ເຂົ້າໃນ Style ໃໝ່.

ແຜງນີ້ຮອງຮັບການເບິ່ງແບບລຳດັບຊັ້ນ, ໝາຍຄວາມວ່າທ່ານສາມາດສ້າງໝວດໝູ່ໄດ້ໂດຍໃຊ້ເຄື່ອງໝາຍທໍ່ “|” ເປັນຕົວຂັ້ນ. ຕົວຢ່າງ “print|tone curve +0.5 EV” ຈະສ້າງໝວດໝູ່ “print” ທີ່ມີສະໄຕລ໌ “tone curve +0.5 EV” ຢູ່ລຸ່ມມັນ.

ເຈົ້າສາມາດຍົກເລີກການສ້າງໄດ້ໂດຍການກົດປຸ່ມ Cancel ຫຼື ກົດ Esc.

edit
Select “edit” to bring up a dialog which allows you to edit an existing style. The upper portion of the dialog shows modules currently included in the style, the lower portion all modules available from the source images history stack. For the latter to appear one image has to be selected – ff no or multiple images are currently selected no source history stack will be offered.
You can add or remove modules and pick modules to update from the source history stack by setting the respective checkboxes.
Check the “duplicate” option if you want to create a new style, instead of overwriting the existing one, in which case you will need to provide a unique name for the new style.
ລົບ
ລົບ Style ທີ່ເລືອກອອກທັນທີ.
ນຳເຂົ້າ
ນຳເຂົ້າ Style ທີ່ບັນທຶກໄວ້ (ໄຟລ໌ .dtstyle).
ສົ່ງອອກ
ບັນທຶກ Style ທີ່ເລືອກໄວ້ໃນເຄື່ອງເປັນໄຟລ໌ .dtstyle ເພື່ອແບ່ງປັນໃຫ້ຜູ້ນື່ອື່ນ.

🔗ການຕັ້ງຄ່າ

ຕົວເລືອກ “ການຕັ້ງຄ່າ…” ຊ່ວຍໃຫ້ເຈົ້າປັບແຕ່ງສິ່ງຕໍ່ໄປນີ້:

ຂະໜາດພາບຕົວຢ່າງ
ຕັ້ງຄ່າຂະໜາດຂອງພາບຕົວຢ່າງ: ແບບເລີ່ມຕົ້ນ ຫຼື ແບບໃຫຍ່.

translations