darktable user manual

ໝຸນ ແລະ ເປີສະເປັກຕີບ (rotate and perspective)

Table of Contents
ຂໍ້ມູນທາງເຕັກນິກ
ລາຍລະອຽດ
ໝຸນ ຫຼື ບິດເບືອນເປີສະເປັກຕີບ.
ຈຸດປະສົງ
ເພື່ອການປັບແກ້ ຫຼື ເພື່ອການສ້າງສັນ.
ຂໍ້ມູນເຂົ້າ
linear, RGB, scene-referred.
ການປະມວນຜົນ
ທາງເລຂາຄະນິດ (geometric), RGB.
ຂໍ້ມູນອອກ
linear, RGB, scene-referred.

ແກ້ໄຂເສັ້ນທີ່ລູ່ເຂົ້າຫາກັນໂດຍອັດຕະໂນມັດ, ເຊິ່ງເປັນຮູບແບບໜຶ່ງຂອງຄວາມຜິດເພ້ຽນທາງເປີສະເປັກຕີບ. ກົນໄກເບື້ອງຫຼັງໄດ້ຮັບແຮງບັນດານໃຈຈາກໂປຣແກຣມ ShiftN ຂອງ Markus Hebel. ໂມດູນນີ້ຍັງຊ່ວຍໃຫ້ສາມາດປັບການໝຸນຂອງຮູບໄດ້.

ຄວາມຜິດເພ້ຽນທາງເປີສະເປັກຕີບແມ່ນເອັບເຟັກທຳມະຊາດເມື່ອມີການສາຍພາບສາມມິຕິລົງເທິງລະນາບສອງມິຕິ ແລະ ເຮັດໃຫ້ວັດຖຸທີ່ຢູ່ໃກ້ກັບຜູ້ເບິ່ງເບິ່ງຄືວ່າມີຂະໜາດໃຫຍ່ກວ່າວັດຖຸທີ່ຢູ່ໄກອອກໄປ. ເສັ້ນທີ່ລູ່ເຂົ້າຫາກັນແມ່ນກໍລະນີພິເສດຂອງຄວາມຜິດເພ້ຽນທາງເປີສະເປັກຕີບທີ່ເຫັນໄດ້ເລື້ອຍໆ ໃນຮູບຖ່າຍທາງສະຖາປັດຕະຍະກຳ – ເສັ້ນທີ່ຂະໜານກັນ, ເມື່ອຖືກຖ່າຍໃນມຸມໃດໜຶ່ງ, ຈະກາຍເປັນເສັ້ນທີ່ລູ່ເຂົ້າຫາກັນເຊິ່ງໄປພົບກັນຢູ່ຈຸດລວມສາຍຕາໃດໜຶ່ງພາຍໃນ ຫຼື ພາຍນອກຂອບຮູບ.

ໂມດູນນີ້ສາມາດແກ້ໄຂເສັ້ນທີ່ລູ່ເຂົ້າຫາກັນໄດ້ໂດຍການບິດຮູບໃນລັກສະນະທີ່ເຮັດໃຫ້ເສັ້ນດັ່ງກ່າວກາຍເປັນເສັ້ນທີ່ຂະໜານກັບຂອບຮູບ. ການແກ້ໄຂສາມາດນຳໃຊ້ໄດ້ທັງໃນແນວຕັ້ງ ແລະ ແນວນອນ, ບໍ່ວ່າຈະແຍກກັນ ຫຼື ລວມກັນ. ເພື່ອເຮັດການແກ້ໄຂອັດຕະໂນມັດ, ໂມດູນສາມາດວິເຄາະຮູບເພື່ອຊອກຫາໂຄງສ້າງທີ່ເໝາະສົມເຊິ່ງປະກອບດ້ວຍສ່ວນຂອງເສັ້ນຊື່. ເຈົ້າຍັງສາມາດກຳນົດໂຄງສ້າງເສັ້ນດ້ວຍຕົວເອງໂດຍການລາກ “ສີ່ແຈສາກເປີສະເປັກຕີບ” ຫຼື ລາກເສັ້ນນອນ ແລະ ເສັ້ນຕັ້ງຫຼາຍໆ ເສັ້ນລົງເທິງຮູບ. ອີງຕາມສ່ວນຂອງເສັ້ນເຫຼົ່ານີ້ (ບໍ່ວ່າຈະເປັນແບບອັດຕະໂນມັດ ຫຼື ລາກເອງ), ຂະບວນການປັບໃຫ້ພໍດີຈະເລີ່ມຂຶ້ນ ເພື່ອກຳນົດຄ່າທີ່ດີທີ່ສຸດສຳລັບພາຣາມິເຕີຂອງໂມດູນ.

ເນື່ອງຈາກກໍລະນີການໃຊ້ງານທົ່ວໄປທີ່ສຸດຂອງໂມດູນນີ້ຄືການໝຸນ, ການຄວບຄຸມການແກ້ໄຂເປີສະເປັກຕີບຈຶ່ງຖືກເຊື່ອງໄວ້ໂດຍເລີ່ມຕົ້ນ. ຄລິກທີ່ຫົວຂໍ້ “ເປີສະເປັກຕີບ” ເພື່ອຂະຫຍາຍການຄວບຄຸມ.

ໃນຂະນະທີ່ໂມດູນເປີດໃຊ້ງານຢູ່ (ແລະ ບໍ່ມີປຸ່ມໂຄງສ້າງໃດຖືກເລືອກ), ເຈົ້າສາມາດຄລິກຂວາແລ້ວລາກໄປບ່ອນໃດກໍໄດ້ເທິງຮູບເພື່ອ ກຳນົດເສັ້ນນອນ ຫຼື ເສັ້ນຕັ້ງ. ສິ່ງນີ້ຈະເຮັດໃຫ້ພາຣາມິເຕີການໝຸນຖືກປັບໂດຍອັດຕະໂນມັດເພື່ອໃຫ້ເສັ້ນທີ່ລາກໄວ້ກາຍເປັນແນວນອນ/ແນວຕັ້ງ ເມື່ອທຽບກັບຂອບຮູບ.


ໝາຍເຫດ: ຟັງຊັນນີ້ (ຄລິກຂວາແລ້ວລາກເພື່ອຕັ້ງແນວນອນ/ແນວຕັ້ງ) ຍັງສາມາດໃຊ້ໄດ້ເຖິງແມ່ນວ່າໂມດູນຈະປິດຢູ່ກໍຕາມ, ຕາບໃດທີ່ບໍ່ມີຟັງຊັນອື່ນ (ເຊັ່ນ ການສ້າງໜ້າກາກແບບລາກເອງ) ໃຊ້ງານປຸ່ມເມົາສ໌ຂວາຢູ່.


#ຂັ້ນຕອນການແກ້ໄຂເປີສະເປັກຕີບ

#ໂຄງສ້າງ

ຂັ້ນຕອນທຳອິດຄືການຫາລາຍລະອຽດກ່ຽວກັບໂຄງສ້າງແນວນອນ ແລະ/ຫຼື ແນວຕັ້ງໃນຮູບ. ມີສາມວິທີໃຫ້ເລືອກເຮັດດັ່ງນີ້:

#ລາກເສັ້ນໂຄງສ້າງດ້ວຍຕົວເອງ

Click on the draw structure lines icon to enable line drawing mode and then click-and-drag on the image to draw lines that you wish to become horizontal or vertical. The module will automatically detect whether the lines are horizontal or vertical and color them green or blue, respectively. Draw as many lines as you wish (the more lines, the better the fit mechanism will work) and then click on one of the “fit” icons to complete the process. You can re-enter this mode to edit your drawn lines at any time. Edit a line by clicking and dragging on the line or the end nodes, and right-click a line to delete it. Once you are happy with your changes, re-select a “fit” icon to complete the process.

#ກຳນົດສີ່ແຈສາກເປີສະເປັກຕີບດ້ວຍຕົວເອງ

Click on the draw perspective rectangle icon to enable perspective rectangle drawing mode. This will draw a rectangle on the screen and you can grab and move the corners of the rectangle so that the left and right sides fall on lines you wish to make vertical, and the top and bottom fall on lines you wish to make horizontal. Once you are happy with your rectangle, click one of the “fit” icons to complete the process. You can re-enter this mode to edit your drawn rectangle at any time. Once you are happy with your changes, re-select a “fit” icon to complete the process.

ວິທີນີ້ຄ້າຍຄືກັບການເຮັດວຽກຂອງການແກ້ໄຂ “ຄີສໂຕນ (keystone)” ໃນໂມດູນ ຄຣັອບ ແລະ ໝຸນ (crop and rotate).

#ກວດຈັບໂຄງສ້າງໂດຍອັດຕະໂນມັດ

Click the detect structure automatically icon to analyze the image for structural elements – darktable will automatically detect and evaluate line elements. Shift+click to apply a contrast enhancement step before performing further analysis. Ctrl+click to apply an edge enhancement step before performing further analysis. Both variations can be used alone or in combination if the default analysis is not able to detect a sufficient number of lines.

ສະເພາະເສັ້ນທີ່ປະກອບກັນເປັນຊຸດຂອງເສັ້ນລູ່ແນວຕັ້ງ ຫຼື ແນວນອນເທົ່ານັ້ນທີ່ຈະຖືກນຳໃຊ້ໃນຂັ້ນຕອນການປະມວນຜົນຕໍ່ໄປ. ສ່ວນຂອງເສັ້ນຈະຖືກສະແດງເປັນຮູບທັບຊ້ອນເທິງຮູບ, ໂດຍປະເພດຂອງເສັ້ນຈະຖືກແຍກດ້ວຍສີດັ່ງນີ້:

ສີຂຽວ
ເສັ້ນລູ່ແນວຕັ້ງ
ສີແດງ
ເສັ້ນຕັ້ງທີ່ບໍ່ລູ່ເຂົ້າຫາກັນ
ສີຟ້າ
ເສັ້ນລູ່ແນວນອນ
ສີເຫຼືອງ
ເສັ້ນນອນທີ່ບໍ່ລູ່ເຂົ້າຫາກັນ
ສີເທີ
ເສັ້ນອື່ນໆ ທີ່ໂມດູນນີ້ບໍ່ສົນໃຈ

ເສັ້ນທີ່ໝາຍດ້ວຍສີແດງ ຫຼື ສີເຫຼືອງ ຖືວ່າເປັນຄ່າຜິດປົກກະຕິ (outliers) ແລະ ຈະບໍ່ຖືກນຳມາພິຈາລະນາໃນລະຫວ່າງຂັ້ນຕອນການປັບໃຫ້ພໍດີແບບອັດຕະໂນມັດ. ການກຳຈັດຄ່າຜິດປົກກະຕິນີ້ ແມ່ນໃຊ້ຂະບວນການທາງສະຖິຕິດ້ວຍການສຸ່ມຕົວຢ່າງ, ເຊິ່ງໝາຍຄວາມວ່າ ທຸກຄັ້ງທີ່ທ່ານກົດປຸ່ມ “get structure” ຮູບແບບສີຂອງເສັ້ນຕ່າງໆຈະເບິ່ງແຕກຕ່າງກັນເລັກນ້ອຍ.

ເຈົ້າສາມາດປ່ຽນສະຖານະຂອງສ່ວນເສັ້ນໄດ້ດ້ວຍຕົວເອງ: ຄລິກຊ້າຍທີ່ເສັ້ນເພື່ອເລືອກ (ປ່ຽນສີເປັນສີຂຽວ ຫຼື ສີຟ້າ) ແລະ ຄລິກຂວາເພື່ອບໍ່ເລືອກ (ປ່ຽນສີເປັນສີແດງ ຫຼື ສີເຫຼືອງ). ຫາກເຈົ້າກົດປຸ່ມເມົາສ໌ຄ້າງໄວ້, ເຈົ້າສາມາດລາກເພື່ອເລືອກ/ບໍ່ເລືອກຫຼາຍເສັ້ນຕິດຕໍ່ກັນໄດ້. ຂະໜາດຂອງແປງເລືອກ/ບໍ່ເລືອກສາມາດປ່ຽນໄດ້ດ້ວຍລໍ້ເລື່ອນເມົາສ໌. ກົດປຸ່ມ Shift ຄ້າງໄວ້ ແລະ ກົດປຸ່ມເມົາສ໌ຊ້າຍ ຫຼື ຂວາຄ້າງໄວ້ໃນຂະນະທີ່ລາກເພື່ອເລືອກ ຫຼື ບໍ່ເລືອກທຸກເສັ້ນໃນພື້ນທີ່ສີ່ແຈສາກທີ່ເລືອກ.

ເມື່ອເຈົ້າພໍໃຈກັບເສັ້ນທີ່ກວດຈັບໄດ້ແລ້ວ, ໃຫ້ເລືອກໄອຄອນ “ປັບໃຫ້ພໍດີ (fit)” ເພື່ອສຳເລັດຂະບວນການ.

#ປັບໃຫ້ພໍດີ (fit)

ເມື່ອເຈົ້າພໍໃຈກັບເສັ້ນແນວນອນ ແລະ ແນວຕັ້ງທີ່ກຳນົດໄວ້ໂດຍໃຊ້ວິທີໃດໜຶ່ງຂ້າງເທິງແລ້ວ, ໃຫ້ຄລິກທີ່ໄອຄອນ “ປັບໃຫ້ພໍດີ (fit)” ອັນໃດອັນໜຶ່ງ ເພື່ອກຳນົດພາຣາມິເຕີຂອງໂມດູນໂດຍອັດຕະໂນມັດໂດຍອີງຕາມໂຄງສ້າງທີ່ກຳນົດໄວ້. ຈາກນັ້ນ ຮູບ ແລະ ເສັ້ນທີ່ທັບຊ້ອນຢູ່ຈະຖືກສະແດງຜົນພ້ອມກັບການແກ້ໄຂເປີສະເປັກຕີບ.

You may choose to automatically apply just the vertical corrections , just the horizontal corrections , or both together . Ctrl+click on any of the icons to apply a rotation without the lens shift. Shift+click on any of the icons to apply the lens shift without any rotation.

#ໝຸນ (rotate)

ເມື່ອເຈົ້າພໍໃຈກັບການແກ້ໄຂເປີສະເປັກຕີບທີ່ນຳໃຊ້ແລ້ວ, ເຈົ້າອາດຈະຕ້ອງການປັບແຕ່ງການໝຸນໃນຂັ້ນຕອນສຸດທ້າຍ ບໍ່ວ່າຈະເປັນການປັບພາຣາມິເຕີການໝຸນ ຫຼື ຄລິກຂວາແລ້ວລາກເທິງຮູບເພື່ອ ກຳນົດເສັ້ນນອນ/ເສັ້ນຕັ້ງ.

#ສ່ວນຄວບຄຸມໂມດູນ

ການໝຸນ (rotation)
ຄວບຄຸມການໝຸນຮູບຮອບຈຸດສູນກາງເພື່ອແກ້ໄຂເສັ້ນຂອບຟ້າທີ່ອຽງ. ເພື່ອໝຸນຫຼາຍກວ່າຄ່າຈຳກັດເລີ່ມຕົ້ນ 10 ອົງສາ, ໃຫ້ຄລິກຂວາແລ້ວປ້ອນຄ່າທີ່ຕ້ອງການໄດ້ສູງສຸດ 180 ອົງສາ (ເບິ່ງ ການຄວບຄຸມໂມດູນ).
ການຄຣັອບອັດຕະໂນມັດ (automatic cropping)
ເມື່ອເປີດໃຊ້ງານ, ຟີເຈີນີ້ຈະຄຣັອບຮູບເພື່ອລຶບພື້ນທີ່ສີດຳບໍລິເວນຂອບທີ່ເກີດຈາກການແກ້ໄຂຄວາມຜິດເພ້ຽນ. ເຈົ້າສາມາດເລືອກຄຣັອບເປັນ “ພື້ນທີ່ໃຫຍ່ທີ່ສຸດ (largest area)”, ຫຼື ສີ່ແຈສາກທີ່ໃຫຍ່ທີ່ສຸດທີ່ຍັງຮັກສາອັດຕາສ່ວນເດີມໄວ້ (“ຮູບແບບເດີມ”). ໃນກໍລະນີຫຼັງ, ເຈົ້າສາມາດປັບແຕ່ງຜົນການຄຣັອບອັດຕະໂນມັດໄດ້ດ້ວຍຕົວເອງໂດຍການຄລິກໃນພື້ນທີ່ຄຣັອບແລ້ວຍ້າຍໄປມາ. ຂະໜາດຂອງພື້ນທີ່ທີ່ຈະຖືກປັບໂດຍອັດຕະໂນມັດເພື່ອບໍ່ໃຫ້ລວມເອົາພື້ນທີ່ສີດຳ.
ການເລື່ອນເລນ (ແນວຕັ້ງ)
ແກ້ໄຂເສັ້ນລູ່ແນວຕັ້ງ (ເພື່ອເຮັດໃຫ້ເສັ້ນ ສີຂຽວ ຂະໜານກັນ). ໃນບາງກໍລະນີ, ເຈົ້າອາດຈະໄດ້ຮູບທີ່ເບິ່ງເປັນທຳມະຊາດກວ່າ ຫາກເຈົ້າແກ້ໄຂຄວາມຜິດເພ້ຽນແນວຕັ້ງໃນລະດັບ 80 ຫາ 90% ແທນທີ່ຈະປັບໃຫ້ສຸດ. ເພື່ອເຮັດສິ່ງນີ້, ໃຫ້ຫຼຸດແຖບເລື່ອນການແກ້ໄຂລົງຫຼັງຈາກທີ່ໄດ້ເຮັດການແກ້ໄຂອັດຕະໂນມັດແລ້ວ.
ການເລື່ອນເລນ (ແນວນອນ)
ແກ້ໄຂເສັ້ນລູ່ແນວນອນ (ເພື່ອເຮັດໃຫ້ເສັ້ນ ສີຟ້າ ຂະໜານກັນ).
ການບິດ (shear)
ບິດຮູບໄປຕາມແນວສະແຢງອັນໃດອັນໜຶ່ງ. ສິ່ງນີ້ຈຳເປັນເມື່ອມີການແກ້ໄຂຄວາມຜິດເພ້ຽນທາງເປີສະເປັກຕີບທັງແນວຕັ້ງ ແລະ ແນວນອນພ້ອມກັນ.
lens model
ຕົວພະລາມິເຕີນີ້ໃຊ້ຄວບຄຸມໄລຍະໂຟກັດຂອງເລນ, ຄ່າການຕັດຂອບພາບຂອງກ້ອງ ແລະ ອັດຕາສ່ວນພາບ ທີ່ນຳໃຊ້ໂດຍລະບົບການຄິດໄລ່ເພື່ອປັບແກ້. ຖ້າຕັ້ງເປັນ “ທົ່ວໄປ (generic)” ຈະຖືວ່າໄລຍະໂຟກັດແມ່ນ 28mm ໃນກ້ອງຟູເຟຣມ 35mm. ຖ້າຕັ້ງເປັນ “ສະເພາະ (specific)”, ໄລຍະໂຟກັດ ແລະ ຄ່າການຕັດຂອບພາບ ສາມາດປັບຕັ້ງໄດ້ດ້ວຍຕົນເອງໂດຍການໃຊ້ແຖບເລື່ອນທີ່ໃຫ້ມາ.
ໄລຍະໂຟກັດ (focal length)
ຫາກ ແບບຈຳລອງເລນ ຖືກຕັ້ງເປັນ “ສະເພາະ”, ໃຫ້ກຳນົດໄລຍະໂຟກັດຂອງເລນ. ຄ່າເລີ່ມຕົ້ນຈະຖືກດຶງມາຈາກຂໍ້ມູນ Exif ຂອງຮູບ ແລະ ສາມາດປ່ຽນແປງໄດ້ໂດຍການປັບແຖບເລື່ອນດ້ວຍຕົວເອງ.
ຄ່າຕົວຄູນເຊັນເຊີ (crop factor)
ຫາກ ແບບຈຳລອງເລນ ຖືກຕັ້ງເປັນ “ສະເພາະ”, ໃຫ້ກຳນົດຄ່າຕົວຄູນເຊັນເຊີຂອງກ້ອງ. ໂດຍປົກກະຕິແລ້ວເຈົ້າຕ້ອງຕັ້ງຄ່ານີ້ດ້ວຍຕົວເອງ.
ປັບອັດຕາສ່ວນ (aspect adjust)
ຫາກ ແບບຈຳລອງເລນ ຖືກຕັ້ງເປັນ “ສະເພາະ”, ພາຣາມິເຕີນີຊ່ວຍໃຫ້ສາມາດປັບອັດຕາສ່ວນພາບໄດ້ຢ່າງອິດສະຫຼະ. ສິ່ງນີ້ມີປະໂຫຍດໃນການ “ຂະຫຍາຍ (unsqueezing)” ຮູບທີ່ຖ່າຍດ້ວຍເລນອານາມໍຟິກ (ເຊິ່ງມີການປ່ຽນແປງອັດຕາສ່ວນຄວາມສູງຕໍ່ຄວາມກວ້າງຂອງຮູບ).
ໂຄງສ້າງ (structure)
ກຳນົດເສັ້ນນອນ ແລະ ເສັ້ນຕັ້ງໃນຮູບໂດຍໃຊ້ວິທີແບບກຳນົດເອງ ຫຼື ອັດຕະໂນມັດ (ເບິ່ງລາຍລະອຽດໃນສ່ວນຂັ້ນຕອນການເຮັດວຽກ).
ປັບໃຫ້ພໍດີ (fit)
ກຳນົດຄ່າແຖບເລື່ອນການແກ້ໄຂຄວາມຜິດເພ້ຽນໂດຍອັດຕະໂນມັດ ໂດຍອີງຕາມໂຄງສ້າງທີ່ກວດພົບ (ເບິ່ງລາຍລະອຽດໃນສ່ວນຂັ້ນຕອນການເຮັດວຽກ).
ສະແດງເສັ້ນຄຳແນະນຳ (show guides)
ໝາຍຕິກໃສ່ຊ່ອງເພື່ອສະແດງເສັ້ນຄຳແນະນຳເມື່ອມີການໃຊ້ງານໂມດູນ. ຄລິກທີ່ໄອຄອນເບື້ອງຂວາເພື່ອຄວບຄຸມຄຸນສົມບັດຂອງເສັ້ນຄຳແນະນຳ. ເບິ່ງ ເສັ້ນຄຳແນະນຳ ແລະ ສິ່ງວາງທັບ ສຳລັບລາຍລະອຽດ.

#ຕົວຢ່າງ

ນີ້ແມ່ນຮູບທີ່ມີເສັ້ນຂອບຟ້າອຽງ ແລະ ມີເສັ້ນລູ່ເຂົ້າຫາກັນ ເຊິ່ງເກີດຈາກການຫັນກ້ອງຂຶ້ນເທິງ:

building photographed from below with converging verticals, before correction

ນີ້ແມ່ນຮູບຫຼັງຈາກທີ່ໄດ້ແກ້ໄຂຄວາມຜິດເພ້ຽນທາງເປີສະເປັກຕີບທັງແນວຕັ້ງ ແລະ ແນວນອນ ໂດຍໃຊ້ການກວດຈັບໂຄງສ້າງອັດຕະໂນມັດ. ສັງເກດເຫັນການປັບຂອບຮູບທີ່ເກີດຈາກຟີເຈີການຄຣັອບອັດຕະໂນມັດ ແລະ ເສັ້ນໂຄງສ້າງທີ່ຍັງສະແດງໃຫ້ເຫັນຢູ່:

the same building after correction, with detected structure lines overlaid and verticals now parallel

Translations