ພາບລວມ

darktable-chart ແມ່ນເຄື່ອງມືສຳລັບການດຶງຄ່າລູມິແນນຊ໌ ແລະ ຄ່າສີ ຈາກຮູບພາບຂອງແຜ່ນອ້າງອີງສີ ເຊັ່ນ ແຜ່ນ IT8.7/1. ຈຸດປະສົງຫຼັກຂອງມັນແມ່ນເພື່ອປຽບທຽບຮູບພາບຕົ້ນສະບັບ (ໂດຍທົ່ວໄປແມ່ນຮູບພາບ raw ທີ່ຍັງບໍ່ໄດ້ປະມວນຜົນຫຼາຍ) ກັບຮູບພາບເປົ້າໝາຍ (ໂດຍທົ່ວໄປແມ່ນຮູບພາບ JPEG ທີ່ສ້າງຂຶ້ນໃນກ້ອງ) ແລະ ສ້າງສະໄຕລ໌ (style) ຂອງ darktable ທີ່ສາມາດໃຊ້ຄ່າລູມິແນນຊ໌ ແລະ ຄ່າສີຂອງຮູບພາບຕົ້ນສະບັບເພື່ອສ້າງຮູບພາບໃຫ້ຄືກັບເປົ້າໝາຍ. ສະໄຕລ໌ນີ້ຈະນຳໃຊ້ໂມດູນ ເສັ້ນໂຄ້ງໂທນສີ (tone curve), ໂມດູນ ໂປຣໄຟລ໌ສີຂາເຂົ້າ, ແລະ ໂມດູນ ຕາຕະລາງຊອກຫາສີ (color look up table) ເພື່ອຈຸດປະສົງນັ້ນ.

ກ້ອງບາງລຸ້ນມີໂໝດຈຳລອງຟິມ (film simulation) ຕ່າງໆໃຫ້ທ່ານເລືອກ. ດ້ວຍຄວາມຊ່ວຍເຫຼືອຂອງ darktable-chart ແລະ ໂມດູນທີ່ກ່ຽວຂ້ອງ ທ່ານສາມາດສ້າງສະໄຕລ໌ທີ່ຈຳລອງໂໝດເຫຼົ່ານັ້ນໄດ້ພາຍໃນ darktable.

translations