ເຄົ້າໂຄງມຸມມອງແຜງແສງ

🔗ແຜງດ້ານຊ້າຍ

ຈາກເທິງລົງລຸ່ມ:

ນຳເຂົ້າ
ນຳເຂົ້າຮູບພາບຈາກລະບົບໄຟລ໌ ຫຼື ກ້ອງຖ່າຍຮູບທີ່ເຊື່ອມຕໍ່ຢູ່.
ຄໍເລັກຊັນ
ກອງຮູບພາບທີ່ສະແດງໃນແຜງກາງຂອງແຜງແສງ – ຍັງໃຊ້ເພື່ອຄວບຄຸມຮູບພາບທີ່ສະແດງໃນໂມດູນ ແຖບຟິມ ແລະ ທາມລາຍ.
ຄໍເລັກຊັນທີ່ໃຊ້ຫວ່າງມໍ່ໆນີ້
ເບິ່ງຄໍເລັກຊັນຮູບພາບທີ່ໃຊ້ຫວ່າງມໍ່ໆນີ້.
ຂໍ້ມູນຮູບພາບ
ສະແດງຂໍ້ມູນຮູບພາບ.
ຕົວຕິດຕັ້ງສະຄຣິບ lua (ທາງເລືອກ)
ຕິດຕັ້ງສະຄຣິບ lua.

🔗ແຜງດ້ານຂວາ

ຈາກເທິງລົງລຸ່ມ:

ການເລືອກ
ເລືອກຮູບພາບໃນແຜງແສງໂດຍໃຊ້ເກນງ່າຍໆ.
ການກະທຳກັບສິ່ງທີ່ເລືອກ
ດຳເນີນການກັບຮູບພາບທີ່ເລືອກ.
ລຳດັບປະຫວັດ
ຈັດການລຳດັບປະຫວັດຂອງຮູບພາບທີ່ເລືອກ.
styles
Store an image’s history stack as a named style and apply it to other images.
ຕົວແກ້ໄຂເມຕາເດຕາ
ແກ້ໄຂເມຕາເດຕາສຳລັບຮູບພາບທີ່ເລືອກ.
ການຕິດແທັກ
ຕິດແທັກໃຫ້ຮູບພາບທີ່ເລືອກ.
ການຕິດແທັກພິກັດພູມສາດ
ນຳເຂົ້າ ແລະ ນຳໃຊ້ຂໍ້ມູນແທຣັກ GPX ກັບຮູບພາບທີ່ເລືອກ.
ສົ່ງອອກ
ສົ່ງອອກຮູບພາບທີ່ເລືອກໄປຍັງໄຟລ໌ໃນເຄື່ອງ ຫຼື ບໍລິການພາຍນອກ.
ການກູ້ຄືນດ້ວຍນິວຣອນ
ປັບໃຊ້ການລົບສິ່ງລົບກວນ Raw, ລົບສິ່ງລົບກວນ RGB ດ້ວຍ AI, ຫຼື ການຂະຫຍາຍຂະໜາດຮູບ (upscaling) ໃຫ້ກັບຮູບທີ່ເລືອກ.

🔗ແຜງດ້ານລຸ່ມ

lighttable-bottom-panel

ຈາກຊ້າຍຫາຂວາ:

ການໃຫ້ຄະແນນຮູບດາວ
ໃຫ້ຄະແນນຮູບດາວແກ່ຮູບພາບ.
ປ້າຍສີ
ນຳໃຊ້ປ້າຍສີໃຫ້ກັບຮູບພາບ. ຄລິກຂວາເພື່ອຕັ້ງຊື່ອະທິບາຍໃຫ້ກັບປ້າຍສີໃດໜຶ່ງ. ຄຳອະທິບາຍຈະສະແດງສະເພາະໃນຄຳແນະນຳເຄື່ອງມື (tooltip) ທີ່ຈະປາກົດຂຶ້ນເມື່ອວາງເມົາສ໌ເທິງປ້າຍສີ (ແລະ ບໍ່ສະແດງໃນຕົວຕອງຄໍເລັກຊັນ ຫຼື ອົງປະກອບ UI ອື່ນໆ).
ຕົວເລືອກໂໝດ
ເລືອກໂໝດແຜງແສງ.
ຊູມ
ປັບຈຳນວນຮູບຕົວຢ່າງທີ່ສະແດງໃນແຕ່ລະແຖວຂອງມຸມມອງຕົວຈັດການໄຟລ໌.
ໄອຄອນໂຟກັດ ເປີດໃຊ້ໂໝດ focus-peaking
ເນັ້ນສ່ວນຂອງຮູບພາບທີ່ຢູ່ໃນໂຟກັດ.
ໄອຄອນຈໍສະແດງຜົນ ຕັ້ງຄ່າໂປຣໄຟລ໌ການສະແດງຜົນ
ຕັ້ງຄ່າໂປຣໄຟລ໌ການສະແດງຜົນຂອງຈໍພາບຂອງທ່ານ.

translations