ຂໍ້ມູນຮູບພາບ

ສະແດງຂໍ້ມູນທີ່ຝັງຢູ່ໃນຂໍ້ມູນ Exif ຂອງຮູບ ພ້ອມທັງຊ່ອງຂໍ້ມູນເພີ່ມເຕີມທີ່ກຳນົດໂດຍ darktable.

ເມື່ອເອົາເມົາສ໌ໄປວາງໄວ້ເທິງຮູບຕົວຢ່າງ, ຂໍ້ມູນທີ່ສະແດງຈະຖືກອັບເດດໂດຍອັດຕະໂນມັດເພື່ອສະແດງຂໍ້ມູນກ່ຽວກັບຮູບທີ່ຢູ່ກ້ອງເຄີເຊີເມົາສ໌ໃນຂະນະນັ້ນ.

ເມື່ອມີການເລືອກຮູບຫຼາຍຮູບ ແລະ ຈຸດໂຟກັດບໍ່ໄດ້ຢູ່ທີ່ຮູບດຽວ, ໂມດູນຈະສະແດງສະເພາະຂໍ້ມູນທີ່ຄືກັນສຳລັບທຸກຮູບ. ຫາກມີຊ່ອງຂໍ້ມູນໃດແຕກຕ່າງກັນ, ຂໍ້ຄວາມ “<ຫຼາຍຄ່າ>” ຈະຖືກສະແດງແທນ.

ໃນຂະນະທີ່ທ່ານຢູ່ໃນມຸມມອງໂຕະແສງ, ທ່ານສາມາດດັບເບິນຄລິກໃສ່ຊ່ອງ ມ້ວນຟີມ (filmroll) ຂອງຮູບໃດໜຶ່ງ ເພື່ອສະແດງຮູບທັງໝົດທີ່ຢູ່ໃນມ້ວນຟີມດຽວກັນນັ້ນ.

🔗ການຕັ້ງຄ່າ

The “preferences…” option in the presets menu brings up a dialog with a list of all fields that are available for display.

ຊ່ອງຕິກ ສະແດງ (visible) ຊ່ວຍໃຫ້ທ່ານເລືອກໄດ້ວ່າຈະສະແດງຊ່ອງຂໍ້ມູນໃດແດ່. ທ່ານຍັງສາມາດລາກ ແລະ ວາງ ແຕ່ລະແຖວເພື່ອປ່ຽນລຳດັບການສະແດງຜົນໄດ້.

ຄ່າກຳນົດເຫຼົ່ານີ້ສາມາດບັນທຶກເປັນຄ່າທີ່ຕັ້ງໄວ້ລ່ວງໜ້າຂອງໂມດູນໄດ້. ກົດປຸ່ມຣີເຊັດຂອງໂມດູນເພື່ອເຮັດໃຫ້ຂໍ້ມູນທັງໝົດທີ່ມີ່ຢູ່ສະແດງອອກມາ ແລະ ຈັດລຽງຕາມລຳດັບເລີ່ມຕົ້ນ.

translations