ການເນັ້ນຈຸດໂຟກັດ (focus peaking)

ລະບຸວ່າສ່ວນໃດຂອງຮູບມີລາຍລະອຽດທີ່ມີຄວາມຄົມຊັດສູງ ເຊັ່ນ ຂອບ ແລະ ພື້ນຜິວ, ເຊິ່ງປົກກະຕິແລ້ວຈະເປັນຕົວຊ່ວຍໃນການເບິ່ງຄວາມຄົມຊັດ ແລະ ຈຸດໂຟກັດ.

ເປີດໃຊ້ໂມດູນໂດຍການຄລິກໃສ່ໄອຄອນ focus-peaking-icon . ສ່ວນທີ່ຄົມຊັດທີ່ສຸດຂອງຮູບຈະຖືກເນັ້ນດ້ວຍສີເຫຼືອງ, ສີຂຽວ ແລະ ສີຟ້າ:

Focus peaking ເຮັດວຽກໂດຍການກັ່ນຕອງສິ່ງລົບກວນ (noise) ອອກຈາກຮູບ, ວັດແທກຄວາມເຂັ້ມຂອງການໄລ່ລະດັບສີໃນຮູບ ແລະ ຄິດໄລ່ສະຖິຕິຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ. ເມື່ອການໄລ່ລະດັບສີຂອງຂອບແຕກຕ່າງຈາກຄ່າສະເລ່ຍຢ່າງມີໄນສຳຄັນ, ພິກເຊວທີ່ກ່ຽວຂ້ອງຈະຖືກໝາຍດ້ວຍ “ແຜນທີ່ຄວາມຮ້ອນ (heat map)” ເພື່ອບອກວ່າຂອບນັ້ນຄົມຊັດປານໃດ.

  • ສີເຫຼືອງ ແທນການກະໂດດຂັ້ນຂະໜາດໃຫຍ່ (6σ) ໃນກຣາດຽນ, ເຊິ່ງຊີ້ບອກເຖິງຂອບທີ່ຄົມຊັດຫຼາຍ.

  • ສີຂຽວ ແທນການກະໂດດຂັ້ນຂະໜາດກາງ (4σ) ໃນກຣາດຽນ, ເຊິ່ງຊີ້ບອກເຖິງຂອບທີ່ຄົມຊັດປານກາງ.

  • ສີຟ້າ ແທນການກະໂດດຂັ້ນຂະໜາດນ້ອຍ (2σ) ໃນກຣາດຽນ, ເຊິ່ງຊີ້ບອກເຖິງຂອບທີ່ຄົມຊັດເລັກນ້ອຍ.


ໝາຍເຫດ: ເຖິງແມ່ນວ່າລະບົບໃນໂມດູນນີ້ໂດຍທົ່ວໄປຈະເຮັດວຽກໄດ້ດີໃນການຊອກຫາສ່ວນທີ່ຄົມຊັດທີ່ສຸດຂອງຮູບ, ແຕ່ມັນບໍ່ໄດ້ໝາຍຄວາມວ່າມັນຈະກວດສອບໄດ້ວ່າຮູບນັ້ນຄົມຊັດ ແທ້ຫຼືບໍ່. ນອກຈາກນັ້ນ, ເນື່ອງຈາກມັນໃຊ້ຄວາມຄົມຊັດສະເພາະຈຸດເພື່ອຫາຄວາມຄົມ, ມັນຍັງຈະເນັ້ນຂອບຂອງວັດຖຸສີເຂັ້ມທີ່ຕັດກັບພື້ນຫຼັງສີສະຫວ່າງ (ແລະ ກົງກັນຂ້າມ) ເຖິງແມ່ນວ່າຂອບເຫຼົ່ານັ້ນຈະເບີກໍຕາມ. ເພາະວ່າມັນເຮັດວຽກໃນຂັ້ນຕອນສຸດທ້າຍຂອງ pixelpipe, ມັນອາດຈະກວດພົບຜົນຂອງການເພີ່ມຄວາມຄົມຊັດໃດໆທີ່ທ່ານໄດ້ເຮັດພາຍໃນ darktable ນຳ.


ຮູບຕົວຢ່າງຕໍ່ໄປນີ້ຖືກຖ່າຍດ້ວຍຮູຮັບແສງກວ້າງເພື່ອໃຫ້ມີໄລຍະຊັດຕື້ນ (shallow depth of field), ແລະ ທ່ານສາມາດເຫັນໄດ້ວ່າກ້ອງໄດ້ໂຟກັດໃສ່ຕົວອັກສອນຈີນທີ່ຂຽນຢູ່ເທິງໂຄມໄຟສີແດງອັນທີສອງນັບຈາກດ້ານໜ້າ. ນອກຈາກນັ້ນຍັງມີກ້ານດອກໄມ້ສີບົວທີ່ຢູ່ໃນໄລຍະຄວາມຄົມຊັດທີ່ຍອມຮັບໄດ້ອ້ອມຮອບລະນາບໂຟກັດ, ແລະ ສ່ວນເຫຼົ່ານີ້ກໍຖືກໝາຍດ້ວຍສີເຫຼືອງ ແລະ ສີຂຽວນຳ.

ພາບລວມການເນັ້ນຈຸດໂຟກັດ

translations