ຄູ່ມືສຳລັບຜູ້ແປພາສາ
ພວກເຮົາຍິນດີຕ້ອນຮັບເຈົ້າເຂົ້າສູ່ການຊ່ວຍແປເອກະສານຂອງ darktable. ກະລຸນາອ່ານຄູ່ມືນີ້ໃຫ້ລະອຽດເພື່ອສຶກສາຂໍ້ກຳນົດ ແລະ ຄວາມຕ້ອງການສຳລັບວຽກງານການແປ.
ການແປພາສາແມ່ນຖືກຈັດການຜ່ານ Weblate. ຜູ້ໃຊ້ທີ່ບໍ່ໄດ້ລົງທະບຽນສາມາດເພີ່ມຄຳແນະນຳໃນການແປໄດ້. ຫາກຕ້ອງການມີສ່ວນຮ່ວມໃນການແປ, ເຈົ້າຕ້ອງ ລົງທະບຽນກັບ Weblate ກ່ອນ.
ພວກເຮົາ ບໍ່ ຍອມຮັບການແປດ້ວຍ AI ແບບອັດຕະໂນມັດ ໂດຍບໍ່ຜ່ານການກວດສອບ ແລະ ຄວບຄຸມຄຸນນະພາບໂດຍມະນຸດ.
ສິ່ງທີ່ຄວນອ່ານ:
-
ຄູ່ມືສຳລັບ styles and conventions: ລະບຽບການ ແລະ ຂໍ້ກຳນົດກ່ຽວກັບວິທີການເຮັດ dtdocs
-
Translations setup ປະກອບມີຂໍ້ມູນກ່ຽວກັບການໄຫຼຂອງຂໍ້ມູນລະຫວ່າງ ຄັງເກັບ dtdocs ໃນ github ແລະ Weblate
-
ເອກະສານກ່ຽວກັບວິທີການ ໃຊ້ weblate
ໄປທີ່ projects page ເພື່ອເບິ່ງວ່າພາສາໃດທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ເລືອກພາສາທີ່ເຈົ້າຊຳນານ. ຈາກນັ້ນເຈົ້າສາມາດເລີ່ມວຽກການແປໄດ້ໂດຍການເລືອກໝວດໝູ່ໃດໜຶ່ງ (ເຊັ່ນ “Untranslated strings”).
ຖ້າເຈົ້າຕ້ອງການຮູ້ວ່າຂໍ້ຄວາມທີ່ແປໄດ້ນັ້ນຢູ່ໃນສ່ວນໃດຂອງເອກະສານ, ເຈົ້າສາມາດກວດສອບໄດ້ທີ່ string information ແລ້ວໄປທີ່ details ຢູ່ເບື້ອງຂວາມື.
When translating, always preserve the original Markdown formatting — bold, italics, links, and shortcodes must appear in the translated string exactly as they do in the source.
🔗ການແປພາກສ່ວນໃດໜຶ່ງຂອງເອກະສານ
ຖ້າເຈົ້າຕ້ອງການແປໜ້າໃດໜຶ່ງໂດຍສະເພາະ, ເຈົ້າຈະຕ້ອງໃຊ້ຟັງຊັນການຄົ້ນຫາຂອງ Weblate ເນື່ອງຈາກບໍ່ມີວິທີເລືອກໂດຍກົງ ເຊັ່ນ “ແປ filmic.md”. ແຕ່ເຈົ້າສາມາດເປີດ “all strings” ຫຼື “untranslated strings” ແລ້ວໃຊ້ຊ່ອງ filter-search ຢູ່ທາງເທິງເພື່ອຊອກຫາຂໍ້ຄວາມຕາມ location: ເຊັ່ນ: ໂດຍການປ້ອນ location:"filmic" ຫຼື location:translators-guide. ຢູ່ທີ່ນັ້ນ ເຈົ້າຍັງສາມາດຄົ້ນຫາຂໍ້ຄວາມສະເພາະໄດ້ ເຊັ່ນ "You are welcome to help translate darktable's docs". ໝາຍເຫດ: ຖ້າຂໍ້ຄວາມທີ່ຄົ້ນຫາມີຍະຫວ່າງ ໃຫ້ໃຊ້ເຄື່ອງໝາຍຄຳເວົ້າ. ຖ້າຂໍ້ຄວາມທີ່ຄົ້ນຫາມີຮູບແບບ markdown ກໍຕ້ອງໃສ່ໃຫ້ຄືກັນທຸກປະການນຳ.
ຫຼັງຈາກແປຂໍ້ຄວາມແລ້ວ ເຈົ້າສາມາດຄລິກ “Save and continue” ເພື່ອແປຂໍ້ຄວາມຕໍ່ໄປຕາມລຳດັບ.
ມັນຈະເປັນປະໂຫຍດຫຼາຍ ຖ້າເຈົ້າເປີດໜ້າທີ່ກຳລັງແປຢູ່ນັ້ນໄວ້ອີກໜ້າຕ່າງໜຶ່ງ (ເຊັ່ນ ການແຍກໜ້າຈໍ) ເພື່ອໃຫ້ເຫັນບໍລິບົດຂອງຂໍ້ຄວາມທີ່ກຳລັງແປໄດ້ດີຂຶ້ນ.
🔗ພາກສ່ວນຂໍ້ມູນທາງເຕັກນິກ
ຢູ່ສ່ວນເທິງຂອງແຕ່ລະໜ້າໂມດູນການປະມວນຜົນ ຈະມີພາກສ່ວນ “Technical information” ແບບພັບໄດ້ ເຊິ່ງຕ້ອງໃຊ້ຮູບແບບພິເສດ ແລະ ຄວນມີຂໍ້ຄວາມທີ່ກົງກັບ tooltip ໃນ darktable ທຸກປະການ. ທຸກໆພາສາໄດ້ຖືກໃສ່ຂໍ້ມູນເບື້ອງຕົ້ນດ້ວຍຄຳແປທີ່ກົງກັບຊອດໂຄດຂອງ darktable ພ້ອມຕິດປ້າຍ “needs edit” ເພື່ອໃຫ້ແນ່ໃຈວ່າມີການກວດສອບໂດຍມະນຸດຄືນໃໝ່.