ການນຳເຂົ້າ & ການກວດສອບ

ກ່ອນທີ່ທ່ານຈະສາມາດເຮັດຫຍັງໄດ້ໃນ darktable, ກ່ອນອື່ນໝົດທ່ານຕ້ອງເພີ່ມໄຟລ໌ຮູບພາບເຂົ້າໃນຄັງຮູບພາບໂດຍໃຊ້ໂມດູນ ນຳເຂົ້າ (import) ໃນ ສ່ວນສະແດງຜົນໂຕະແສງ. ນີ້ຈະສ້າງລາຍການສຳລັບຮູບພາບຂອງທ່ານໃນຖານຂໍ້ມູນຄັງຮູບພາບຂອງ darktable ເພື່ອໃຫ້ມັນສາມາດຕິດຕາມການປ່ຽນແປງທີ່ທ່ານເຮັດໄດ້. ມີ 3 ວິທີໃນການນຳເຂົ້າຮູບພາບ, ແຕ່ລະວິທີສາມາດເຂົ້າເຖິງໄດ້ຜ່ານປຸ່ມຕ່າງໆໃນໂມດູນການນຳເຂົ້າ:

ເພີ່ມເຂົ້າຄັງຮູບພາບ (add to library)
ຕົວເລືອກນີ້ຈະເພີ່ມຮູບພາບເຂົ້າໃນຄັງຮູບພາບໂດຍບໍ່ມີການກັອບປີ້ ຫຼື ຍ້າຍໄຟລ໌ – ໄຟລ໌ຕົ້ນສະບັບຂອງທ່ານຈະຍັງຄົງຢູ່ໃນຕຳແໜ່ງເດີມ ແລະ ຈະບໍ່ຖືກປ່ຽນແປງ. ເມື່ອນຳເຂົ້າ, darktable ຈະອ່ານຂໍ້ມູນເມຕາດາຕາຈາກໄຟລ໌ຮູບພາບ ແລະ ໄຟລ໌ຊາຍຄາ XMP ທີ່ມີຢູ່. ຖ້າຮູບພາບນັ້ນຖືກເພີ່ມເຂົ້າໃນຖານຂໍ້ມູນແລ້ວ, ການອັບເດດໃດໆທີ່ທ່ານເຮັດໃນໄຟລ໌ຊາຍຄາຈະຖືກໂຫຼດຂຶ້ນມາ.
ກັອບປີ້ & ນຳເຂົ້າ (copy & import)
ກັອບປີ້ຮູບພາບໄປຍັງບ່ອນເກັບຂໍ້ມູນ (ຕາມຮູບແບບການຕັ້ງຊື່ໄຟລ໌ທີ່ກຳນົດໄວ້ໃນ ການຕັ້ງຄ່າ > ນຳເຂົ້າ), ຈາກນັ້ນຈຶ່ງເພີ່ມຮູບພາບທີ່ ກັອບປີ້ມາ ເຂົ້າໃນຄັງຮູບພາບ – ຮູບພາບຕົ້ນສະບັບຈະບໍ່ຖືກປ່ຽນແປງ ຫຼື ຍ້າຍ. ຈະມີພຽງແຕ່ຮູບພາບເທົ່ານັ້ນທີ່ຖືກກັອບປີ້ ແລະ ຖ້າມີໄຟລ໌ຊາຍຄາ XMP ຢູ່ແລ້ວ, ມັນຈະ ບໍ່ ຖືກອ່ານ, ກັອບປີ້ ຫຼື ນຳມາໃຊ້.
ກັອບປີ້ & ນຳເຂົ້າຈາກກ້ອງ (copy & import from camera)
ເຊື່ອມຕໍ່ກ້ອງກັບລະບົບຂອງທ່ານດ້ວຍສາຍ USB (ຖ້າກ້ອງຖືກເຊື່ອມຕໍ່ແບບອັດຕະໂນມັດໂດຍລະບົບ, ທ່ານຈຳເປັນຕ້ອງຍົກເລີກການເຊື່ອມຕໍ່ ຫຼື un-mount ມັນກ່ອນ ຈຶ່ງຈະສາມາດເຂົ້າເຖິງໄດ້ໂດຍ darktable). ຖ້າທ່ານບໍ່ເຫັນລາຍຊື່ກ້ອງຂອງທ່ານໃນໂມດູນການນຳເຂົ້າ, ໃຫ້ກົດປຸ່ມ “ສະແກນຫາອຸປະກອນ (scan for devices)”. ເມື່ອກວດພົບກ້ອງຂອງທ່ານແລ້ວ, ໂມດູນການນຳເຂົ້າຈະສະແດງຕົວເລືອກ ກັອບປີ້ & ນຳເຂົ້າ ຮູບພາບຈາກກ້ອງ. ການຄລິກປຸ່ມ “ກັອບປີ້ & ນຳເຂົ້າ” ຈະເປັນການກັອບປີ້ຮູບພາບທີ່ເລືອກຈາກກ້ອງໄປຍັງໄດເຣັກທໍຣີທີ່ກຳນົດໄວ້ (ຕາມຮູບແບບການຕັ້ງຊື່ໄຟລ໌ໃນ ການຕັ້ງຄ່າ > ນຳເຂົ້າ) ແລະ ຈາກນັ້ນຈຶ່ງເພີ່ມຮູບພາບທີ່ກັອບປີ້ມາເຂົ້າໃນຄັງຮູບພາບ.

ເມື່ອນຳເຂົ້າຮູບພາບແລ້ວ, ຮູບຕົວຢ່າງຈະຖືກສະແດງໃນສ່ວນສະແດງຜົນໂຕະແສງ, ເຊິ່ງທ່ານສາມາດຈັດລະບຽບ ແລະ ແຍກປະເພດຮູບພາບທີ່ນຳເຂົ້າໄດ້ – ກະລຸນາເບິ່ງລາຍລະອຽດເພີ່ມເຕີມໃນສ່ວນ ການຈັດການຊັບສິນດິຈິຕອນ (digital asset management).

ການໃຊ້ງານຫຼັກຂອງສ່ວນສະແດງຜົນໂຕະແສງແມ່ນເພື່ອມາກວດສອບຮູບພາບ ແລະ ຕັດສິນໃຈວ່າຮູບໃດທີ່ຕ້ອງການແຕ່ງຕໍ່ ແລະ ຮູບໃດທີ່ຈະຄັດອອກ. ຂ້າງລຸ່ມນີ້ແມ່ນຂະບວນການຄັດເລືອກຮູບພາບ (culling process) ທີ່ເປັນໄປໄດ້:

  1. ຕັ້ງຄ່າສ່ວນສະແດງຜົນໂຕະແສງໃຫ້ສະແດງສະເພາະຮູບພາບທີ່ມີຄະແນນ 1 ດາວ ເທົ່ານັ້ນ ໂດຍໃຊ້ການຕັ້ງຄ່າ ມຸມເບິ່ງ (view) ໃນ ແຜງດ້ານເທິງ. ເນື່ອງຈາກ darktable ຈະໃຫ້ຄະແນນ 1 ດາວແກ່ຮູບພາບທີ່ນຳເຂົ້າໃໝ່ໂດຍອັດຕະໂນມັດ, ວິທີນີ້ຈະສະແດງທຸກຮູບທີ່ທ່ານຫາຜ່ານຳເຂົ້າ. ທ່ານສາມາດໃຊ້ໂມດູນ ກຸ່ມຮູບພາບ (collections) ເພື່ອຄັດເລືອກໃຫ້ລະອຽດຂຶ້ນຖ້າຈຳເປັນ.
  2. ກວດສອບເບື້ອງຕົ້ນຢ່າງໄວວາ: ຖ້າຮູບໃດຫຼຸດໂຟກັດຢ່າງໜັກ ຫຼື ບໍ່ຕ້ອງການ, ໃຫ້ ປະຕິເສດ (reject) ຫຼື ໃຫ້ 0 ດາວ (ໂດຍການກົດປຸ່ມ “R” ຫຼື “0” ຕາມລຳດັບ ໃນຂະນະທີ່ວາງເມົ້າໄວ້ເທິງຮູບ). ຖ້າຮູບໃດທີ່ຕ້ອງການໃຫ້ຜ່ານໄປຂັ້ນຕອນຕໍ່ໄປ, ໃຫ້ກົດ “2” ເພື່ອໃຫ້ 2 ດາວ. ຮູບໃດທີ່ບໍ່ໄດ້ມີ 1 ດາວແລ້ວ ຈະຫາຍໄປຈາກໜ້າຈໍໂດຍອັດຕະໂນມັດ. ເຮັດແບບນີ້ຕໍ່ໄປຈົນກວ່າຈະບໍ່ມີຮູບເຫຼືອໃນໜ້າໂຕະແສງ.
  3. ປ່ຽນສ່ວນສະແດງຜົນໂຕະແສງໃຫ້ສະແດງສະເພາະຮູບທີ່ມີ 2 ດາວ. ກວດເບິ່ງຮູບເຫຼົ່ານີ້ຢ່າງລະອຽດຂຶ້ນ, ແລະ ຕັດສິນໃຈວ່າຈະໃຫ້ 3 ດາວ ຫຼື ຫຼຸດຄະແນນລົງ. ເຮັດແບບເດີມຈົນກວ່າຮູບຈະໝົດໄປ.
  4. ປ່ຽນສ່ວນສະແດງຜົນໂຕະແສງໃຫ້ສະແດງສະເພາະຮູບທີ່ມີ 3 ດາວ. ລອງແຕ່ງຮູບເຫຼົ່ານີ້ແບບໄວໆໃນ ສ່ວນສະແດງຜົນຫ້ອງມືດ ເພື່ອເບິ່ງວ່າຮູບໃດຄຸ້ມຄ່າທີ່ຈະແຕ່ງຕໍ່. ຖ້າພໍໃຈກັບຜົນການແຕ່ງ, ໃຫ້ເພີ່ມເປັນ 4 ດາວສຳລັບການແຕ່ງຂັ້ນສຸດທ້າຍ.
  5. ກວດເບິ່ງຮູບ 4 ດາວຂອງທ່ານ, ແຕ່ງຂັ້ນສຸດທ້າຍໃຫ້ຮຽບຮ້ອຍ ແລ້ວ ສົ່ງອອກ (export) ເພື່ອເບິ່ງຜົນໄດ້ຮັບ. ສຸດທ້າຍໃຫ້ເພີ່ມເປັນ 5 ດາວເພື່ອບອກວ່າການປະມວນຜົນຮູບນີ້ສຳເລັດແລ້ວ.

ຖ້າພື້ນທີ່ຈັດເກັບຂໍ້ມູນຂອງທ່ານມີຈຳກັດ, ທ່ານອາດຈະພິຈາລະນາລຶບຮູບທີ່ຖືກປະຕິເສດ ຫຼື ຮູບ 0 ດາວ ອອກຢ່າງຖາວອນ. ເລືອກຮູບເຫຼົ່ານີ້ໃນໜ້າໂຕະແສງ ແລະ ໃຊ້ຕົວເລືອກ ‘ຖິ້ມລົງຖັງຂີ້ເຫຍື້ອ/ລຶບ (trash/delete)’ ໃນໂມດູນ ການຈັດການກັບຮູບທີ່ເລືອກ. ທ່ານຄວນເຮັດແບບນີ້ກັບຮູບທີ່ທ່ານໝັ້ນໃຈແລ້ວວ່າຈະບໍ່ໄດ້ໃຊ້ງານອີກແທ້ໆເທົ່ານັ້ນ.

translations