darktable user manual

ລັດ 3D (LUT 3D)

Table of Contents
ຂໍ້ມູນທາງເຕັກນິກ
ຄຳອະທິບາຍ
ແກ້ໄຂພື້ນທີ່ສີ ແລະ ໃຊ້ງານຮູບແບບສີ (look).
ຈຸດປະສົງ
ເພື່ອການປັບແກ້ ຫຼື ເພື່ອການສ້າງສັນ.
ຂໍ້ມູນເຂົ້າ
linear, RGB, display-referred.
ການປະມວນຜົນ
ກຳນົດໂດຍໂປຣໄຟລ໌, RGB.
ຂາອອກ
linear ຫຼື non-linear, RGB, display-referred.

ແປງຄ່າ RGB ດ້ວຍໄຟລ໌ 3D LUT.

3D LUT ແມ່ນຕາຕະລາງສາມມິຕິທີ່ໃຊ້ເພື່ອແປງຄ່າ RGB ທີ່ກຳນົດໃຫ້ເປັນຄ່າ RGB ອື່ນ. ໂດຍປົກກະຕິແລ້ວຈະຖືກໃຊ້ສຳລັບການຈຳລອງສີຟີມ ແລະ ການປັບແຕ່ງໂທນສີ (color grading).

ໂມດູນນີ້ຮອງຮັບໄຟລ໌ .cube, .3dl, .png (haldclut) ແລະ .gmz. ຂໍ້ມູນ 3D LUT ທີ່ບໍ່ໄດ້ບີບອັດ ຈະບໍ່ຖືກບັນທຶກໄວ້ໃນຖານຂໍ້ມູນ ຫຼື ໄຟລ໌ XMP, ແຕ່ຈະຖືກອ້າງອີງໄປຫາທີ່ຢູ່ຂອງໄຟລ໌ໃນໂຟນເດີ 3D LUT. ດັ່ງນັ້ນ, ມັນຈຶ່ງສຳຄັນຫຼາຍທີ່ທ່ານຕ້ອງສຳຮອງຂໍ້ມູນໂຟນເດີ 3D LUT ຂອງທ່ານໄວ້ – ການແບ່ງປັນຮູບພາບ ພ້ອມໄຟລ໌ XMP ຈະບໍ່ມີປະໂຫຍດເລີຍ ຫາກຜູ້ຮັບບໍ່ມີໄຟລ໌ 3D LUT ດຽວກັນຢູ່ໃນໂຟນເດີຂອງພວກເຂົາ.

ຮູບແບບບີບອັດ .gmz ຈະໃຊ້ໄດ້ກໍຕໍ່ເມື່ອຕິດຕັ້ງ GMIC ແລ້ວເທົ່ານັ້ນ. ຮູບແບບນີ້ສາມາດເກັບລວບລວມ LUT ໄດ້ເປັນຈຳນວນຫຼາຍ, ແລະ ຂໍ້ມູນ LUT ທີ່ໂຫຼດມາຈາກໄຟລ໌ປະເພດນີ້ ສາມາດ ບັນທຶກລົງໃນຖານຂໍ້ມູນ ແລະ ໄຟລ໌ XMP ໄດ້.


ໝາຍເຫດ: ໂມດູນຈະຕັດຄ່າທັງໝົດທີ່ຢູ່ນອກຊ່ວງ [0,1]. ທ່ານອາດຈະຕ້ອງຫຼຸດຊ່ວງຂອງຄ່າຂາເຂົ້າກ່ອນທີ່ຈະໃຊ້ງານ.


#ການນຳໃຊ້

LUTs ສ່ວນຫຼາຍແມ່ນໃຊ້ໃນ darktable ສຳລັບການປັບແຕ່ງສີ ຫຼື ຈຳລອງສີຟີມ. ດ້ວຍເຫດຜົນນີ້, ຄ່າເລີ່ມຕົ້ນຂອງໂມດູນຈະຖືກວາງໄວ້ຫຼັງຈາກໂມດູນ filmic rgb ໃນລຳດັບການປະມວນຜົນ ແລະ ຄວນໃຊ້ກັບຮູບທີ່ມີສີເປັນກາງ. ເຖິງວ່າຈະມີ LUT ຟຣີຈຳນວນຫຼາຍໃນອິນເຕີເນັດ, ແຕ່ຕ້ອງຮັບຊາບວ່າ ບໍ່ແມ່ນທຸກອັນຈະເຂົ້າກັນໄດ້ກັບ darktable – LUT ທີ່ບໍ່ເຂົ້າກັນຈະບໍ່ໃຫ້ຜົນລັບຕາມທີ່ບອກໄວ້. ເພື່ອຫຼຸດຄວາມສ່ຽງ, LUT ທີ່ໃຊ້ຄວນຖືກສ້າງຂຶ້ນເພື່ອເຮັດວຽກຮ່ວມກັບ “ພື້ນທີ່ສີຂອງແອັບພລິເຄຊັນ” ທີ່ຮອງຮັບ ທັງຂາເຂົ້າ ແລະ ຂາອອກ.

Camera log LUTs (as F-log or S-Log3) are different to color-grading and film-look-simulation LUTs, and are intended to convert the camera log raw data into something (linear raw data or other color space) that darktable is able to understand. In this case the LUT 3D module should be manually placed between the demosaic and input color profile modules. Once you have done this, you can no longer choose an “application color space”. The “input profile” of input color profile module should be aligned with the output of the LUT. Please note that this use case has not yet been tested.

#ສ່ວນຄວບຄຸມໂມດູນ

ການເລືອກໄຟລ໌
ເລືອກໄຟລ໌ 3D LUT ທີ່ຈະໃຊ້. ການເລືອກໄຟລ໌ຈະໃຊ້ງານບໍ່ໄດ້ຫາກຍັງບໍ່ໄດ້ກຳນົດໂຟນເດີຫຼັກຂອງ 3D LUT ໃນ ການຕັ້ງຄ່າ > ການປະມວນຜົນ.
ພື້ນທີ່ສີຂອງແອັບພລິເຄຊັນ
3D LUT ຖືກກຳນົດໃຫ້ສຳພັນກັບພື້ນທີ່ສີສະເພາະ. ໃຫ້ເລືອກພື້ນທີ່ສີທີ່ໄຟລ໌ 3D LUT ນັ້ນຖືກສ້າງຂຶ້ນມາ. ໄຟລ໌ Cube ສ່ວນຫຼາຍແມ່ນກ່ຽວຂ້ອງກັບ Rec. 709 ໃນຂະນະທີ່ໄຟລ໌ອື່ນໆສ່ວນຫຼາຍແມ່ນກ່ຽວກັບ sRGB.
ການຄຳນວນຄ່າສະເລ່ຍ (interpolation)
ສິ່ງນີ້ກຳນົດວິທີການຄຳນວນສີຂາອອກ ເມື່ອສີຂາເຂົ້າບໍ່ໄດ້ຕົກຢູ່ໃນໂນດຂອງ RGB cube ທີ່ LUT ກຳນົດໄວ້. ມີສາມວິທີ: tetrahedral (ເລີ່ມຕົ້ນ), trilinear ແລະ pyramid. ໂດຍປົກກະຕິແລ້ວທ່ານຈະບໍ່ເຫັນ ຄວາມແຕກຕ່າງຫຼາຍ ຍົກເວັ້ນແຕ່ກັບ LUT ທີ່ມີຂະໜາດນ້ອຍ.

Translations