ພາບລວມ
ມຸມມອງການສະແດງສະໄລ້ຊ່ວຍໃຫ້ທ່ານສາມາດເບິ່ງສະໄລ້ຂອງຮູບພາບໃນການສະສົມປັດຈຸບັນຂອງທ່ານ ໂດຍມີການນຳໃຊ້ກົດເກນການກັ່ນຕອງ ແລະ ລຳດັບການຈັດລຽງທີ່ກ່ຽວຂ້ອງ.
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວິທີກຳນົດການສະສົມ ແລະ ກົດເກນການກັ່ນຕອງ, ໃຫ້ເບິ່ງພາກ ການສະສົມ (collections). ເລືອກເກນການຈັດລຽງ ແລະ ລຳດັບການຈັດລຽງຂອງຮູບພາບໃນ ແຜງດ້ານເທິງ.
ພາກຕໍ່ໄປຈະໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບ ການນຳໃຊ້ ມຸມມອງການສະແດງສະໄລ້.