ໂປຣໄຟລ໌ສີຂາເຂົ້າ
ຂໍ້ມູນທາງເຕັກນິກ
- ຄຳອະທິບາຍ
- ແປງຄ່າ RGB ຂາເຂົ້າໃດໆ ໃຫ້ເປັນ RGB ອ້າງອີງຂອງລະບົບໂດຍການໃຊ້ໂປຣໄຟລ໌ສີເພື່ອຈັບຄູ່ຄ່າ RGB ຄືນໃໝ່.
- ຈຸດປະສົງ
- ຈຳເປັນຕ້ອງມີ.
- ຂາເຂົ້າ
- ແບບເສັ້ນຊື່ (linear) ຫຼື ບໍ່ເປັນເສັ້ນຊື່, RGB, ອ້າງອີງຕາມສາກ.
- ການປະມວນຜົນ
- ກຳນົດໂດຍໂປຣໄຟລ໌.
- ຂໍ້ມູນອອກ
- linear, RGB, scene-referred.
ກຳນົດວິທີທີ່ darktable ຈະແປຄວາມໝາຍສີຂອງຮູບພາບ.
ໂມດູນນີ້ຈະຮັບເອົາພື້ນທີ່ສີທີ່ໃຊ້ໂດຍແຫຼ່ງກຳເນີດຮູບພາບ (ເຊັ່ນ: ກ້ອງ, ສະແກນເນີ) ແລະ ແປງລະຫັດພິກເຊລ ໃຫ້ເປັນພື້ນທີ່ສີມາດຕະຖານໃນການເຮັດວຽກ. ນີ້ໝາຍຄວາມວ່າໂມດູນຕໍ່ໆໄປໃນລະບົບບໍ່ຈຳເປັນຕ້ອງສົນໃຈ ລາຍລະອຽດສະເພາະຂອງອຸປະກອນຂາເຂົ້າ ແລະ ສາມາດເຮັດວຽກຮ່ວມກັບພື້ນທີ່ສີກາງໄດ້.
ໃນກໍລະນີທີ່ຮູບພາບຖືກບັນທຶກເປັນໄຟລ໌ raw, ໂມດູນໂປຣໄຟລ໌ສີຂາເຂົ້າໂດຍປົກກະຕິຈະໃຊ້ແມັດທຣິກສີມາດຕະຖານ ຫຼື ແບບປັບປຸງສະເພາະສຳລັບກ້ອງລຸ້ນນັ້ນໆ ເພື່ອຈັບຄູ່ສີເຂົ້າໃນພື້ນທີ່ສີທີ່ໃຊ້ເຮັດວຽກ. ຖ້າມີຂໍ້ມູນພື້ນທີ່ສີຝັງຢູ່ໃນຮູບ, ໂມດູນນີ້ຈະໃຊ້ຂໍ້ມູນດັ່ງກ່າວ. ຜູ້ໃຊ້ຍັງສາມາດກຳນົດພື້ນທີ່ສີເອງໄດ້ ຫຼື ແມ່ນແຕ່ໃຊ້ໂປຣໄຟລ໌ ICC ທີ່ສ້າງຂຶ້ນສະເພາະ ສຳລັບອຸປະກອນນັ້ນໆ.
ໃນຂະບວນການຈັບຄູ່ຈາກພື້ນທີ່ສີຂາເຂົ້າໄປຫາພື້ນທີ່ສີເຮັດວຽກ, ສີສາມາດຖືກຈຳກັດຢູ່ໃນຂອບເຂດທີ່ແນ່ນອນ ໂດຍໃຊ້ຕົວເລືອກ ການຕັດຂອບເຂດສີ (gamut clipping) ຊຶ່ງຊ່ວຍຫຼຸດຜ່ອນຄວາມຜິດພ້ຽນຂອງສີທີ່ບາງຄັ້ງອາດເກີດຂຶ້ນ. ນອກຈາກນີ້ຍັງຂຶ້ນກັບ rendering intent ທີ່ເລືອກໄວ້.
ໝາຍເຫດ: ໂປຣໄຟລ໌ສີສຸດທ້າຍທີ່ຈະຖືກໃຊ້ເມື່ອສົ່ງອອກຮູບພາບແມ່ນຖືກຄວບຄຸມໂດຍໂມດູນ ໂປຣໄຟລ໌ສີຂາອອກ.
🔗ສ່ວນຄວບຄຸມໂມດູນ
- ໂປຣໄຟລ໌ຂາເຂົ້າ
- ໂປຣໄຟລ໌ ຫຼື ແມັດທຣິກສີທີ່ຈະໃຊ້. ມີແມັດທຣິກໃຫ້ເລືອກຫຼາຍແບບ ລວມທັງແມັດທຣິກສີແບບປັບປຸງສຳລັບກ້ອງບາງລຸ້ນ. ແມັດທຣິກແບບປັບປຸງຖືກອອກແບບມາເພື່ອໃຫ້ໄດ້ພາບທີ່ມີລັກສະນະໃກ້ຄຽງກັບຂອງຜູ້ຜະລິດກ້ອງ.
-
ທ່ານຍັງສາມາດໃຊ້ໂປຣໄຟລ໌ ICC ຂອງທ່ານເອງໄດ້ ໂດຍເອົາໄປໄວ້ໃນ
$DARKTABLE/share/darktable/color/in(ບ່ອນທີ່$DARKTABLEແມ່ນໂຟນເດີທີ່ຕິດຕັ້ງ darktable) ຫຼືcolor/inໃນ ໂຟນເດີການຕັ້ງຄ່າ ຂອງ darktable. ໝາຍເຫດ: ໂຟນເດີcolor/inເຫຼົ່ານີ້ຈະບໍ່ຖືກສ້າງຂຶ້ນໂດຍອັດຕະໂນມັດ; ທ່ານຕ້ອງສ້າງມັນເອງ ຫາກຕ້ອງການໃຊ້. ແຫຼ່ງທີ່ມາທົ່ວໄປຂອງໂປຣໄຟລ໌ ICC ແມ່ນມາຈາກຊອບແວທີ່ມາຮ່ວມກັບກ້ອງຂອງທ່ານ. ທ່ານອາດຈະຕ້ອງ ເປີດໃຊ້ໂມດູນ unbreak input profile ເພື່ອໃຊ້ໂປຣໄຟລ໌ຂອງທ່ານເອງ. -
If your input image is a low dynamic range file like JPEG, or a raw file in DNG format, it might already contain an embedded ICC profile, which darktable will use by default. You can restore this default by selecting “embedded icc profile”. If you hover your mouse over the input profile combobox on such an image, details of the embedded profile will be shown in a tooltip.
- ໂປຣໄຟລ໌ເຮັດວຽກ
- ໂປຣໄຟລ໌ທີ່ໃຊ້ໂດຍໂມດູນປະມວນຜົນຂອງ darktable. ແຕ່ລະໂມດູນສາມາດກຳນົດພື້ນທີ່ສີອື່ນເພື່ອເຮັດວຽກໄດ້, ຊຶ່ງຈະເຮັດໃຫ້ເກີດການແປງສີ. ໂດຍປົກກະຕິ darktable ຈະໃຊ້ “linear Rec. 2020 RGB”, ຊຶ່ງເປັນ ທາງເລືອກທີ່ດີໃນເກືອບທຸກກໍລະນີ.
- gamut clipping
- Activate a color clipping mechanism. In most cases you can leave this control in its default “off” state. However, if your image shows some specific features such as highly saturated blue light sources, gamut clipping might be useful to avoid black pixel artifacts. See possible color artifacts for more information.
-
Choose from a list of RGB profiles. Input colors with a saturation that exceeds the permissible range of the selected profile are automatically clipped to a maximum value. “linear Rec. 2020 RGB” and “Adobe RGB (compatible)” allow for a broader range of unclipped colors, while “sRGB” and “linear Rec. 709 RGB” produce a tighter clipping. Select the profile that prevents artifacts while still maintaining the highest color dynamics.