ພາບລວມ
ໜ້າກາກຊ່ວຍໃຫ້ທ່ານສາມາດຈຳກັດຜົນກະທົບຂອງໂມດູນ ເພື່ອໃຫ້ມັນມີຜົນສະເພາະບາງສ່ວນຂອງຮູບເທົ່ານັ້ນ.
ໜ້າກາກສາມາດປຽບທຽບໄດ້ກັບຮູບພາບສີຂາວດຳ (grayscale) ທີ່ແຕ່ລະພິກເຊວມີຄ່າລະຫວ່າງ 0 ຫາ 1.0 (ຫຼື 0% ຫາ 100%). ຄ່ານີ້ຄື ຄວາມທຶບແສງ (opacity) ແລະ ໃຊ້ເພື່ອບອກວ່າໂມດູນຈະມີຜົນຕໍ່ ແຕ່ລະພິກເຊວຫຼາຍປານໃດ.
ພາກສ່ວນຕໍ່ໄປນີ້ຈະອະທິບາຍວິທີການສ້າງໜ້າກາກໃນ darktable.