ໜ້າກາກແບບຣາສເຕີ (raster masks)
ດັ່ງທີ່ໄດ້ອະທິບາຍໃນພາກສ່ວນກ່ອນໜ້າ, ຜົນສຸດທ້າຍຂອງໜ້າກາກໂມດູນ (ຜົນລວມຂອງໜ້າກາກແບບແຕ້ມ ແລະ ແບບກຳນົດຄ່າ) ຄືຮູບພາບແບບຣາສເຕີສີເທົາ (grayscale) ທີ່ບອກວ່າຜົນຂອງໂມດູນຈະມີຜົນຕໍ່ ແຕ່ລະພິກເຊວຫຼາຍປານໃດ. ຮູບຣາສເຕີນີ້ນີ້ຈະຖືກເກັບໄວ້ພາຍໃນສຳລັບໂມດູນທີ່ເປີດໃຊ້ງານ ແລະ ສາມາດນຳໄປໃຊ້ຄືນໃນໂມດູນອື່ນໆໃນ pixelpipe ໄດ້.
ຄືກັນກັບໜ້າກາກທົ່ວໄປ, ຖ້າຄ່າຄວາມທຶບແສງຂອງພິກເຊວໃນໜ້າກາກຣາສເຕີເປັນສູນ, ຂໍ້ມູນຂາເຂົ້າ ຈະຜ່ານໂມດູນໄປໂດຍບໍ່ມີການປ່ຽນແປງ. ຖ້າເປັນ 1.0 ໂມດູນຈະມີຜົນເຕັມທີ່. ແລະ ສຳລັບຄ່າ ລະຫວ່າງ 0 ຫາ 1.0 ຜົນຂອງໂມດູນຈະມີຜົນຕາມສັດສ່ວນໃນຕຳແໜ່ງນັ້ນ.
ທ່ານສາມາດເລືອກໜ້າກາກຣາສເຕີໄດ້ຈາກຊ່ອງເລືອກ. ໜ້າກາກຣາສເຕີຈະຖືກລະບຸດ້ວຍຊື່ຂອງໂມດູນ ທີ່ສ້າງມັນຂຶ້ນມາໃນຕອນທຳອິດ.
ໜ້າກາກຣາສເຕີຍັງສາມາດນຳເຂົ້າຈາກຮູບທີ່ສ້າງໂດຍແອັບພລິເຄຊັນອື່ນໄດ້ – ເບິ່ງລາຍລະອຽດໃນ ໂມດູນ ໜ້າກາກຣາສເຕີຈາກພາຍນອກ (external raster mask).
ໝາຍເຫດ: ໜ້າກາກຣາສເຕີຖືກສ້າງຂຶ້ນເປັນສ່ວນໜຶ່ງຂອງການປະມວນຜົນພາຍໃນໂມດູນ. ເມື່ອ ໂມດູນປະມວນຜົນສຳເລັດແລ້ວ, ໜ້າກາກຂອງມັນຈຶ່ງຈະສາມາດນຳໄປໃຊ້ໃນໂມດູນຖັດໄປໃນ pixelpipe ໄດ້.
ສິ່ງນີ້ມີຄວາມໝາຍສອງຢ່າງຄື:
-
- ໂມດູນທີ່ປິດໃຊ້ງານບໍ່ສາມາດສ້າງໜ້າກາກຣາສເຕີໄດ້ ເພາະມັນບໍ່ໄດ້ເຂົ້າຮ່ວມໃນການປະມວນຜົນ pixelpipe. ທັນທີທີ່ທ່ານປິດໂມດູນ, ໜ້າກາກຂອງມັນກໍຈະໃຊ້ງານບໍ່ໄດ້ອີກ.
-
- ໜ້າກາກຣາສເຕີຈະຖືກສົ່ງ ຂຶ້ນໄປ ຕາມ pixelpipe ຫຼັງຈາກການປະມວນຜົນໂມດູນ – ພວກມັນສາມາດໃຊ້ໄດ້ສະເພາະກັບໂມດູນທີ່ຢູ່ຖັດຈາກໂມດູນທີ່ສ້າງໜ້າກາກນັ້ນເທົ່ານັ້ນ.