darktable 5.8 user manual

ເຂດສີ (color zones)

Table of Contents
ຂໍ້ມູນທາງເຕັກນິກ
ລາຍລະອຽດ
ປັບປ່ຽນຄ່າສີ (hue), ຄວາມສົດ (chroma) ແລະ ຄວາມສະຫວ່າງ (lightness) ຂອງພິກເຊວສະເພາະສ່ວນ.
ຈຸດປະສົງ
ເພື່ອສ້າງສັນ.
ຂາເຂົ້າ (input)
ແບບເສັ້ນ (linear) ຫຼື ບໍ່ເປັນເສັ້ນ (non-linear), Lab, ອ້າງອີງຕາມການສະແດງຜົນ (display-referred).
ການປະມວນຜົນ
non-linear, Lab.
ຂໍ້ມູນອອກ
non-linear, Lab, display-referred.

ປັບແຕ່ງຄວາມສະຫວ່າງ, ຄວາມສົດ ແລະ ຄ່າສີຂອງພິກເຊວ ໂດຍອີງຕາມຄ່າຄວາມສະຫວ່າງ, ຄວາມສົດ ແລະ ຄ່າສີເດີມຂອງພວກມັນ.

ໂມດູນນີ້ເຮັດວຽກໃນພື້ນທີ່ສີ CIE LCh ຊຶ່ງແຍກພິກເຊວອອກເປັນສ່ວນປະກອບ ຄວາມສະຫວ່າງ, ຄວາມສົດ ແລະ ຄ່າສີ. ມັນຊ່ວຍໃຫ້ທ່ານປັບແຕ່ງຄ່າເຫຼົ່ານີ້ຂອງກຸ່ມພິກເຊວທີ່ຕ້ອງການໂດຍການໃຊ້ ເສັ້ນໂຄ້ງ (curves).

ກ່ອນອື່ນ ທ່ານຕ້ອງເລືອກວ່າຈະປັບແຕ່ງ (ເລືອກ) ພິກເຊວໂດຍອີງຕາມຄວາມສະຫວ່າງ, ຄວາມສົດ ຫຼື ຄ່າສີຂອງພວກມັນ. ຈາກນັ້ນທ່ານສາມາດໃຊ້ເສັ້ນໂຄ້ງສາມເສັ້ນໃນແຕ່ລະແຖບ ເພື່ອປັບຄວາມສະຫວ່າງ, ຄວາມສົດ ແລະ ຄ່າສີຂອງຊ່ວງພິກເຊວທີ່ເລືອກໄວ້.


ໝາຍເຫດ: ຄວນໃຊ້ໂມດູນນີ້ດ້ວຍຄວາມລະມັດລະວັງ ເພາະການປ່ຽນຜ່ານລະຫວ່າງສີອາດຈະບໍ່ຮາບລ່ຽນ. ແນະນຳໃຫ້ໃຊ້ໂມດູນ color balance rgb ຮ່ວມກັບ parametric mask ແທນ.


#ວິທີການເລືອກພິກເຊວ

ໂມດູນ ເຂດສີ (color zones) ມີສາມວິທີໃນການເລືອກພິກເຊວທີ່ທ່ານຕ້ອງການປັບແຕ່ງ ຄື:

ເລືອກຕາມຄ່າສີ (select by hue) (ຄ່າເລີ່ມຕົ້ນ)
ເລືອກພິກເຊວທີ່ຈະປັບແຕ່ງໂດຍອີງຕາມຄ່າສີຂອງພວກມັນ. ຕົວຢ່າງ ທ່ານອາດຈະຕ້ອງການເຮັດໃຫ້ທ້ອງຟ້າສີຟ້າເຂັ້ມຂຶ້ນ, ຫຼື ປ່ຽນລົດສີແດງໃຫ້ເປັນສີເຫຼືອງ. ຮູບລຸ່ມນີ້ສະແດງຊ່ວງສີທັງໝົດທີ່ທ່ານສາມາດເລືອກໄດ້:

color zones choose hue

ເລືອກຕາມຄວາມສະຫວ່າງ (select by lightness)
ເລືອກພິກເຊວທີ່ຈະປັບແຕ່ງໂດຍອີງຕາມຄວາມສະຫວ່າງຂອງພວກມັນ. ຕົວຢ່າງ ທ່ານອາດຈະຕ້ອງການເຮັດໃຫ້ເງົາແຈ້ງຂຶ້ນ, ຫຼື ເຮັດໃຫ້ສ່ວນໄຮໄລ້ເປັນສີເຫຼືອງຂຶ້ນ. ຮູບລຸ່ມນີ້ສະແດງຊ່ວງລະດັບຄວາມສະຫວ່າງທີ່ທ່ານສາມາດເລືອກໄດ້ ຕັ້ງແຕ່ມືດຫາແຈ້ງ:

color zones choose lightness

ເລືອກຕາມຄວາມສົດຂອງສີ (select by chroma)
ເລືອກພິກເຊວທີ່ຈະປັບແຕ່ງໂດຍອີງຕາມຄວາມສົດຂອງສີ. ຕົວຢ່າງ ທ່ານອາດຈະຕ້ອງການຫຼຸດຄວາມສົດຂອງພິກເຊວທີ່ສົດເກີນໄປ, ຫຼື ປ່ຽນຄ່າສີຂອງພວກມັນ. ຮູບລຸ່ມນີ້ສະແດງລະດັບຄວາມສົດຂອງສີ ຕັ້ງແຕ່ສີເທົາທີ່ບໍ່ມີຄວາມສົດ ເວລາໄປຫາສີທີ່ສົດທີ່ສຸດ:

color zones choose chroma

#ເສັ້ນໂຄ້ງການປັບແຕ່ງພິກເຊວ

ເມື່ອທ່ານເລືອກວິທີການເລືອກພິກເຊວແລ້ວ, ຊ່ວງຄວາມສະຫວ່າງ, ຄວາມສົດ ຫຼື ຄ່າສີທີ່ເລືອກຈະປະກົດຕາມແກນນອນຂອງເສັ້ນໂຄ້ງການປັບແຕ່ງທັງສາມ, ຊຶ່ງສາມາດເບິ່ງ ແລະ ປັບແຕ່ງໄດ້ໂດຍການເລືອກແຖບທີ່ກ່ຽວຂ້ອງ (lightness, chroma, hue).

ຕົວຢ່າງ ຖ້າທ່ານເລືອກ ເລືອກຕາມຄ່າສີ (select by hue), ແກນນອນ (ກ້ອງເສັ້ນໂຄ້ງ) ຈະສະແດງຊ່ວງສີທີ່ທ່ານສາມາດປັບແຕ່ງໄດ້, ແລະ ເສັ້ນໂຄ້ງການປັບແຕ່ງທັງສາມຈະປະກົດດັ່ງນີ້:

ຄວາມສະຫວ່າງ (lightness)
ໂດຍການປັບເສັ້ນໂຄ້ງຄວາມສະຫວ່າງຂຶ້ນ ຫຼື ລົງໃນຕຳແໜ່ງ (ຄ່າສີ) ທີ່ກຳນົດ, ທ່ານສາມາດເຮັດໃຫ້ພິກເຊວທີ່ມີສີກົງກັນນັ້ນແຈ້ງຂຶ້ນ ຫຼື ມືດລົງ. ຕົວຢ່າງລຸ່ມນີ້ແມ່ນການຫຼຸດຄວາມສະຫວ່າງຂອງສ່ວນສີຟ້າໃນຮູບ:

color zones adjust lightness

ຄວາມສົດຂອງສີ (chroma)
ໂດຍການປັບເສັ້ນໂຄ້ງຄວາມສົດຂຶ້ນ ຫຼື ລົງ, ທ່ານສາມາດຫຼຸດຄວາມສົດ (ເຮັດໃຫ້ສີຈາງ) ຫຼື ເພີ່ມຄວາມສົດ (ເຮັດໃຫ້ສີເຂັ້ມ) ຂອງພິກເຊວທີ່ມີສີກົງກັນ. ຕົວຢ່າງລຸ່ມນີ້ແມ່ນການຫຼຸດຄວາມສົດຂອງສ່ວນສີແດງໃນຮູບ:

color zones adjust chroma

ຄ່າສີ (hue)
ໂດຍການປັບເສັ້ນໂຄ້ງຄ່າສີຂຶ້ນ ຫຼື ລົງ, ທ່ານສາມາດປ່ຽນຄ່າສີຂອງພິກເຊວທີ່ກົງກັນ, ຊ່ວຍໃຫ້ທ່ານປ່ຽນຈາກສີໜຶ່ງເປັນອີກສີໜຶ່ງໄດ້. ຕົວຢ່າງລຸ່ມນີ້ແມ່ນການປ່ຽນສ່ວນສີຟ້າໃນຮູບໃຫ້ເປັນສີຂຽວ:

color zones adjust hue

ເສັ້ນໂຄ້ງເຮັດວຽກໃນລັກສະນະດຽວກັນໃນໂໝດການເລືອກຕາມຄວາມສະຫວ່າງ ແລະ ຄວາມສົດ. ເບິ່ງພາກສ່ວນ ເສັ້ນໂຄ້ງ (curves) ເພື່ອເບິ່ງວ່າເສັ້ນໂຄ້ງສະພລາຍເຮັດວຽກແນວໃດໃນພາບລວມ.

ໝາຍເຫດ ຕົວຢ່າງເຫຼົ່ານີ້ຖືກສ້າງຂຶ້ນເພື່ອອະທິບາຍວິທີໃຊ້ໂມດູນ. ໃນການໃຊ້ງານຕົວຈິງ, ທ່ານອາດຈະຕ້ອງໃຊ້ຮ່ວມກັບ drawn mask ແລະ/ຫຼື parametric mask ເພື່ອຈຳກັດຜົນກະທົບໃຫ້ຢູ່ໃນບໍລິເວນທີ່ຕ້ອງການ.

#ການເລືອກຊ່ວງ (range selection)

ເມື່ອປັບເສັ້ນໂຄ້ງການຈັດການພິກເຊວ, ບາງຄັ້ງອາດຈະຍາກທີ່ຈະຕັດສິນໄດ້ວ່າພິກເຊວຈະຕົກຢູ່ຕຳແໜ່ງໃດໃນແກນນອນ. ຢູ່ເບື້ອງຂວາຂອງການຄວບຄຸມແຖບ (tab) ຈະມີເຄື່ອງມືເລືອກສີ pickers ໜຶ່ງຄູ່ທີ່ສາມາດໃຊ້ເພື່ອຊ່ວຍໃນເລື້ອງນີ້.

ຖ້າທ່ານຄລິກເຄື່ອງມືເລືອກເບື້ອງຊ້າຍ ແລະ ເລືອກພິກເຊວໃນຮູບ, ທ່ານຈະເຫັນເສັ້ນຊື່ແນວຕັ້ງສີເຂັ້ມສະແດງຕຳແໜ່ງຂອງພິກເຊວນັ້ນໃນແກນນອນ. ຖ້າທ່ານ Ctrl+ຄລິກ ຫຼື ຄລິກຂວາໃສ່ເຄື່ອງມືດຽວກັນ, ທ່ານສາມາດເລືອກພື້ນທີ່ສີ່ຫຼ່ຽມໃນຮູບ – ຊ່ວງຂອງຄ່າທີ່ຢູ່ໃນສີ່ຫຼ່ຽມນັ້ນຈະຖືກສະແດງເປັນແຖບສີເທົາແນວຕັ້ງ ພ້ອມກັບເສັ້ນສີເຂັ້ມທີ່ສະແດງຄ່າສະເລ່ຍ (median).

ຖ້າທ່ານຄລິກເຄື່ອງມືເລືອກເບື້ອງຂວາ, ທ່ານສາມາດເລືອກພື້ນທີ່ສີ່ຫຼ່ຽມໃນຮູບໄດ້ຄືກັນ ແລະ ມັນຈະສະແດງຜົນດັ່ງທີ່ກ່າວມາຂ້າງເທິງ. ແຕ່ໃນກໍລະນີນັ້ນ, ເຄື່ອງມືເລືອກຈະເພີ່ມຈຸດຄວບຄຸມ (control points) ໃສ່ເສັ້ນໂຄ້ງໃຫ້ທ່ານໂດຍອັດຕະໂນມັດ ຕາມຊ່ວງທີ່ເລືອກ. ທ່ານພຽງແຕ່ລາກຈຸດກາງເພື່ອປັບເສັ້ນໂຄ້ງຂຶ້ນ ຫຼື ລົງພາຍໃນຊ່ວງນັ້ນ. ນອກຈາກນັ້ນ, ທ່ານສາມາດກົດ Ctrl ຄ້າງໄວ້ໃນຂະນະເລືອກຊ່ວງເພື່ອສ້າງເສັ້ນໂຄ້ງຂຶ້ນ (ບວກ) ຫຼື ກົດ Shift ຄ້າງໄວ້ເພື່ອສ້າງເສັ້ນໂຄ້ງລົງ (ລົບ) ໂດຍອັດຕະໂນມັດ.

color zones overview

#ສ່ວນຄວບຄຸມໂມດູນ

ການຄວບຄຸມຕໍ່ໄປນີ້ມີໃຫ້ໃຊ້ໃນໂມດູນ ເຂດສີ (color zones):

ແຖບ ຄວາມສະຫວ່າງ, ຄວາມເຂັ້ມສີ ແລະ ໂທນສີ (lightness, chroma & hue)
ແຕ່ລະແຖບຈະສະແດງເສັ້ນໂຄ້ງການຈັດການພິກເຊວ ເພື່ອໃຫ້ທ່ານສາມາດປ່ຽນແປງ “ຄວາມສະຫວ່າງ”, “ຄວາມເຂັ້ມສີ”, ຫຼື “ໂທນສີ” ໂດຍອີງຕາມວິທີການເລືອກພິກເຊວ.
ແກ້ໄຂຕາມພື້ນທີ່ (edit by area)
ເລືອກວິທີການໂຕ້ຕອບກັບເສັ້ນໂຄ້ງ. ຄ່ານີ້ຖືກປິດໄວ້ໂດຍເລີ່ມຕົ້ນ ເພື່ອໃຫ້ສາມາດວາງຈຸດຄວບຄຸມໄດ້ຢ່າງອິດສະຫຼະ. ໝາຍຕິກໃສ່ຊ່ອງນີ້ເພື່ອໃຊ້ໂໝດ “ແກ້ໄຂຕາມພື້ນທີ່” ແບບເກົ່າ, ຊຶ່ງເຮັດວຽກຄ້າຍຄືກັບການຄວບຄຸມເສັ້ນໂຄ້ງສະພລາຍທີ່ໃຊ້ໃນໂມດູນ wavelet.
mask-icon mask display
Enable the mask display to highlight pixels that have been affected by color zones adjustments in yellow.
ເລືອກໂດຍ (select by)
ກຳນົດແກນນອນ (ຊ່ວງຂອງຄ່າທີ່ຈະຈັດການ). ທ່ານສາມາດເລືອກລະຫວ່າງ “ຄວາມສະຫວ່າງ”, “ຄວາມເຂັ້ມສີ”, ແລະ “ໂທນສີ” (ຄ່າເລີ່ມຕົ້ນ). ການປ່ຽນພາລາມິເຕີນີ້ຈະຕັ້ງຄ່າເສັ້ນໂຄ້ງການຈັດການພິກເຊວທັງໝົດຄືນໃໝ່ເປັນສະຖານະເລີ່ມຕົ້ນ (ເສັ້ນຊື່ແນວນອນ). ຖ້າທ່ານຕ້ອງການເຮັດວຽກກັບຫຼາຍຊ່ວງຄ່າ, ທ່ານຈຳເປັນຕ້ອງສ້າງອິນສະແຕນຊ໌ (instance) ຂອງໂມດູນເພີ່ມ.
ໂໝດການປະມວນຜົນ (process mode)
ເລືອກລະຫວ່າງໂໝດການປະມວນຜົນແບບ “ນຸ່ມນວນ” (smooth - ຄ່າເລີ່ມຕົ້ນ) ຫຼື “ເຂັ້ມຂຸ້ນ” (strong). ໂໝດເລີ່ມຕົ້ນຈະມີໂອກາດເກີດສິ່ງແປກປອມ (artifacts) ໜ້ອຍກວ່າ.
ປະສົມ (mix)
ໃຊ້ຄ່ານີ້ເພື່ອປັບຄວາມແຮງຂອງຜົນກະທົບໂດຍລວມ.
ວິທີການແທນຄ່າ (interpolation method)
ກຳນົດວິທີການແທນຄ່າຂອງເສັ້ນໂຄ້ງໂດຍໃຊ້ຈຸດຄວບຄຸມທີ່ກຳນົດ. ເບິ່ງພາກສ່ວນ ເສັ້ນໂຄ້ງ (curves) ສຳລັບລາຍລະອຽດເພີ່ມຕື່ມ.

Translations